ສູນຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຈະເປີດນຳໃຊ້ແລະບໍລິການຕ້ອນຮັບຕໍ່ພາຍນອກໃນວັນທີ 12 ຕຸລານີ້

2022-10-08 17:16:37 cri


ສູນຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຈະເປີດນຳໃຊ້ແລະເລີ່ມບໍລິການຕ້ອນຮັບຕໍ່ພາຍນອກໃນວັນທີ 12 ຕຸລານີ້.ເຂດບໍລິການຕ້ອນຮັບນັກຂ່າວຂອງສູນຖະແຫຼງຂ່າວຕັ້ງຢູ່ໂຮງແຮມນິກໂກ ສະຕະວັດໃໝ່ປັກກິ່ງ.


ສູນຖະແຫຼງຂ່າວຈະບໍລິການເຮັດບັດສຳພາດແລະຮັບເອົາການຮ້ອງຂໍສຳພາດ ຂອງນັກຂ່າວສື່ມວນຊົນຈາກເຂດບໍລິຫານພິເສດຮົງກົງ,ເຂດບໍລິຫານພິເສດມາກາວ,ເຂດໄຕ້ຫວັນແລະນັກຂ່າວສື່ມວນຊົນຈາກຕ່າງປະເທດທີ່ມາເອົາຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ຢ່າງອົບອຸ່ນ,ຈັດຕັ້ງກອງປະຊຸມຖະແຫຼງຂ່າວແລະກອງປະຊຸມໃຫ້ສຳພາດຕໍ່ນັກຂ່າວຂອງກອງປະຊຸມໃຫຍ່,ຈັດຕັ້ງນັກຂ່າວເຂົ້າຮ່ວມການເຄື່ອນໄຫວເອົາຂ່າວກອງປະຊຸມໃຫຍ່.


ເວັບໄຊ http:// 20th.cpcnews.cn ຂອງສູນຖະແຫຼງຂ່າວຈະເປີດນຳໃຊ້ໃນເວ ລາສູນໂມງຂອງວັນທີ 10 ຕຸລານີ້,ຈະໂພສຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ພ້ອມດ້ວຍກອງປະຊຸມຖະແຫຼງຂ່າວ,ແຈ້ງການກ່ຽວກັບການເຄື່ອນໄຫວສຳພາດຂອງສູນຖະແຫຼງຂ່າວເປັນຕົ້ນຢ່າງທັນການ.ເວັບໄຊໄດ້ສ້າງ “ເຂດສະເພາະນັກຂ່າວ”,ເພື່ອໃຫ້ການບໍລິການຂໍ້ມູນຂ່າວສານກັບນັກຂ່າວຈີນແລະຕ່າງປະເທດທີ່ລົງທະບຽນ.