ຜົນສຳເລັດດ້ານຍຸດທະສາດຫຼາຍໂຄງການຂອງ CMG ໄດ້ສະແດງຕົວໃນເວທີປຶກສາຫາລືສື່ມວນຊົນອາຣັບ

2022-10-08 16:49:28 cri


ຫວ່າງມໍ່ໆມານີ້,ກອງປະຊຸມເວທີປຶກສາຫາລືສື່ມວນຊົນອາຣັບຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນດູໄບຂອງອາຣັບເອມີເຣດ.ຫົວຂໍ້ຫຼັກຂອງກອງປະຊຸມເວທີປຶກ ສາຫາລືຄັ້ງນີ້ແມ່ນ “ອະນາຄົດຂອງສື່ມວນຊົນ”,ມີອົງການສື່ມວນຊົນທີ່ມີຊື່ສຽງຫຼາຍພັນແຫ່ງຈາກທົ່ວໂລກໄດ້ເຂົ້າຮ່ວມຕາມຄຳເຊື້ອເຊີນ,ວິທະຍຸໂທລະພາບສູນກາງຈີນຫຼືCMGກໍ່ໄດ້ເຂົ້າຮ່ວມນຳໃນຖານະເປັນສື່ມວນຊົນຈີນພຽງແຫ່ງດຽວ.


ກອງປະຊຸມເວທີປຶກສາຫາລືຄັ້ງນີ້ມີຈຸດປະສົງເພື່ອສຸມໃສ່ຄົ້ນຄວ້າຫາລືແລະແກ້ໄຂສິ່ງທ້າທາຍທີ່ສື່ປະເພດຕ່າງໆຂອງຂະແໜງການສື່ມວນຊົນປະເຊີນ,ຜ່ານການວິເຄາະສະພາບການພັດທະນາຂອງສື່ມວນຊົນ,ສຸມໃສ່ຄວາມຫຍຸ້ງຍາກແລະສິ່ງທ້າທາຍທົ່ວໄປ, ສະເໜີອອກແຜນການແກ້ໄຂທີ່ມີປະສິດທິຜົນ,ພ້ອມທັງສະແຫວງຫາໂອກາດໃໝ່ທີ່ຊຸກຍູ້ຂະແໜງການສື່ມວນຊົນໃຫ້ບັນລຸການພັດທະນາຕື່ມອີກ.