ອົງການຈັດຕັ້ງການບິນພົນລະເຮືອນສາກົນພະຍາຍາມບັນລຸການປອດການລະບາຍກາກບອນດີອົກຊິດໃນການເດີນທາງດ້ວຍການບິນເມື່ອຮອດປີ 2050

2022-10-08 11:13:10 cri

ວັນທີ 7 ຕຸລານີ້ຕາມເວລາທ້ອງຖິ່ນ, ຢູ່ສຳນັກງານໃຫຍ່ທີ່ນະຄອນມອນທຣີອໍຂອງການາດາ, ອົງການຈັດຕັ້ງການບິນພົນລະເຮືອນສາກົນໄດ້ບັນລຸສັນຍາສະບັບໜຶ່ງ ເຊິ່ງຈະພະຍາຍາມບັນລຸການປອດການລະບາຍກາກບອນດີອົກຊິດໃນການເດີນທາງດ້ວຍການບິນເມື່ອຮອດປີ 2050.

ອົງການຈັດຕັ້ງການບິນພົນລະເຮືອນສາກົນໄດ້ປະກາດຜ່ານສື່ສັງຄົມອອນລາຍວ່າ: ວັນທີ 7 ຕຸລານີ້, ໃນກອງປະຊຸມຄັ້ງທີ 41 ທີ່ໃກ້ຈະສິ້ນສຸດລົງ, ຜູ້ຕາງໜ້າຈາກ 193 ສະມາຊິກໄດ້ບັນລຸສັນຍາຄັ້ງປະຫວັດສາດກ່ຽວກັບເປົ້າໝາຍລວມສູນໄລຍະຍາວທີ່ຈະບັນລຸການປອດການລະບາຍກາກບອນດີອົກຊິດເມື່ອຮອດປີ 2050.