ບຸກຄົນອາເມຣິກາລາຕິນກ່າວວ່າ: ອາເມຣິກາປະຕິບັດລັດທິເຈົ້າອຳນາດ ພາໃຫ້ເກີດຜົນຮ້າຍຢ້ອນຫຼັງໃນຂົງເຂດການເມືອງເສດຖະກິດ

2022-10-08 16:40:07 CRI


ຫົວຂໍ້ຫຼັກຂອງກອງປະຊຸມອົງການຈັດຕັ້ງປະເທດທະວີບອາເມຣິກາຄັ້ງນີ້ແມ່ນ “ຮ່ວມກັນຄັດຄ້ານຄວາມບໍ່ສະເໝີພາບ ແລະ ການຈຳແນກ”. ເມື່ອທຽບໃສ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຕຳໜິໂດຍບໍ່ບົ່ງຊື່ໃນກອງປະຊຸມ, ໃນເວລາໃຫ້ສຳພາດ, ນັກວິຊາການ ແລະ ນັກການເມືອງຂອງອາເມຣິກາລາຕິນໄດ້ຊີ້ອອກໂດຍກົງວ່າ, ອາເມຣິກາບັງອາດປະຕິບັດລັດທິເຈົ້າອຳນາດຕາມລຳພັງໃຈຢູ່ທະວີບອາເມຣິກາ, ພາໃຫ້ເກີດມີຜົນຮ້າຍຢ້ອນຫຼັງອັນໜັກໜ່ວງໃນຂົງເຂດການເມືອງ ແລະ ເສດຖະກິດ.

 


ທ່ານໂຮເກ ເອບອມ ນັກເສດຖະສາດສັງຄົມ ສາສະດາຈານຂອງມະຫາວິທະຍາໄລບູເອນົສໄອເຣັດສ໌ປະເທດອັກຊັງຕິນກ່າວວ່າ, ສາເຫດສຳຄັນອັນໜຶ່ງທີ່ເກີດຄວາມບໍ່ສະເໝີພາບ ແລະ ການຈຳແນກຕໍ່ປະເທດອາເມຣິກາລາຕິນ ແລະ ກາເຣບຽນ, ກໍແມ່ນຍ້ອນປະເທດເຫຼົ່ານີ້ຍາກທີ່ຈະຢູ່ຮ່ວມກັນກັບອາເມຣິກາທີ່ຖືຕົນເອງເປັນຫົວໜ້າໃຫຍ່ຢູ່ພາກພື້ນນີ້.

 


ນັກການເມືອງຂອງປະເທດເປຣູຊີ້ອອກວ່າ, ປະເທດອາເມຣິກາລາຕິນບໍ່ພຽງແຕ່ຖືກອາເມຣິກາແຊກແຊງໃນຂົງເຂດການເມືອງໂດຍຕະຫຼອດມາເທົ່ານັ້ນ, ຍັງໄດ້ຖືກຜົນກະທົບຈາກອາເມຣິກາໃນຂົງເຂດເສດຖະກິດມາເປັນເວລາຍາວນານອີກດ້ວຍ, ເຊິ່ງໄດ້ເຮັດໃຫ້ຄວາມບໍ່ສະເໝີພາບໃນພາກພື້ນນີ້ໜັກໜ່ວງຂຶ້ນກວ່າເກົ່າ.