ການອົບຮົມທຸລະກິດກາເຟເພື່ອຊ່ວຍຄົນພິການຫູປະກອບອາຊີບ

2022-10-08 16:25:12 CRI


ນັບແຕ່ປີ 2019 ເປັນຕົ້ນມາ, ໂຄງການອົບຮົມ “ຊ່າງກາເຟງຽບ”ຂອງນະຄອນຊີ່ອ່ານແຂວງສ້ານຊີ່ຈີນໄດ້ຈັດຂຶ້ນມາ 8 ຊຸດແລ້ວ, ໄດ້ອົບຮົມສຳມະນາກອນພິການຫູລວມທັງໝົດເກືອບ 200 ເທື່ອຄົນ. ໂດຍຜ່ານການຮ່ຳຮຽນ ແລະ ປະຕິບັດຕົວຈິງເປັນເວລາເກືອບ 1 ເດືອນ, ພວກສຳມະນາກອນບໍ່ພຽງແຕ່ສາມາດຮຽນຮູ້ວິທີຊົງກາເຟເທົ່ານັ້ນ, ຍັງສາມາດຮັບຮູ້ທຸກຂັ້ນຕອນຂອງການເປີດຮ້ານກາເຟ, ເຊິ່ງໄດ້ສ້າງພື້ນຖານໃຫ້ແກ່ການສ້າງທຸລະກິດ ແລະ ການປະກອບອາຊີບຂອງເຂົາເຈົ້າໃນວຽກງານນີ້ໃນອະນາຄົດ.