ກອງປະຊຸມສຸດຍອດຜູ້ນຳບໍ່ເປັນທາງການຂອງສະຫະພາບເອີຣົບສິ້ນສຸດລົງ

2022-10-08 14:31:14 cri

ວັນທີ 7 ຕຸລານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດຜູ້ນຳບໍ່ເປັນທາງການຂອງສະຫະພາບເອີຣົບໄດ້ສິ້ນສຸດລົງ ເຊິ່ງກອງປະຊຸມຄັ້ງນີ້ໄດ້ສຸມໃສ່ບັນຫາການຊ່ວຍເຫຼືອອູແກຣນ, ການຮັບມືກັບວິກິດການດ້ານພະລັງງານຂອງເອີຣົບແລະອື່ນໆ.

ທ່ານນາງອູຊູລາ ວອນເດີເລເຢັນ ປະທານຄະນະກຳມາທິການສະຫະພາບເອີຣົບກ່າວວ່າ: ສະຫະພາບເອີຣົບໄດ້ຮັບຄວາມຄືບໜ້າໃນການທີ່ມີຫຼາຍຊ່ອງທາງເພື່ອໄດ້ຮັບພະລັງງານ ແລະຫຼຸດພົ້ນອອກຈາກການອາໄສພະລັງງານຂອງຣັດເຊຍ. ໃນໄລຍະເບື້ອງຕົ້ນຂອງການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ອາຍແກັສທຳມະຊາດທີ່ສະຫະພາບເອີຣົບນຳເຂົ້າຈາກຣັດເຊຍໄດ້ກວມເອົາຍອດປະລິມານການນຳເຂົ້າເຖິງ 41%, ປັດຈຸບັນ, ຕົວເລກນີ້ໄດ້ຫຼຸດລົງເຫຼືອ 7,5%, ສະຫະພາບເອີຣົບໄດ້ສະສົມອາຍແກັສທຳມະຊາດເຖິງ 90%.

ກ່ອນໜ້ານີ້, ແຜນການຊ່ວຍເຫຼືອພະລັງງານຂະໜາດໃຫຍ່ທີ່ມີມູນຄ່າ 200 ຕື້ເອີໂຣທີ່ເຢຍລະມັນເປັນຝ່າຍສະເໜີນັ້ນ ຖືກຫຼາຍປະເທດຕຳໜິຕິຕຽນ, ບາງປະເທດເຫັນວ່າ: ນີ້ຈະເຮັດໃຫ້ການແຂ່ງຂັນທີ່ບໍ່ຍຸຕິທຳຮຸນແຮງຂຶ້ນຕື່ມ, ທ່ານມາເຕອູສ ມໍຣາວີກີ ນາຍົກລັດຖະມົນຕີໂປໂລຍກ່າວໂດຍກົງວ່າ: ນະໂຍບາຍດ້ານພະລັງງານຂອງສະຫະພາບເອີຣົບບໍ່ຄວນໃຫ້ເຢຍລະມັນຕົກລົງຝ່າຍດຽວ, ແຜນການດັ່ງກ່າວຂອງເຢຍລະມັນອາດຈະທຳລາຍຕະຫຼາດທີ່ເປັນເອກະພາບຂອງສະຫະພາບເອີຣົບ. ທ່ານນາງອູຊູລາ ວອນເດີເລເຢັນໄດ້ກ່າວເນັ້ນໜັກໃນກອງປະຊຸມຄັ້ງນີ້ມາຫຼາຍເທື່ອເຖິງຄວາມສຳຄັນຂອງ ຕະຫຼາດດຽວ, ຮຽກຮ້ອງໃຫ້ປະເທດຕ່າງໆປົກປັກຮັກສາສະພາບແວດລ້ອມດ້ານການແຂ່ງຂັນທີ່ຍຸຕິທຳ, ຫຼີກເວັ້ນການແບ່ງແຍກກັນແລະການຫັນປ່ຽນຮູບແບບ.