ສູນທົດສອບວັດແທກອຸດສາຫະກຳການຜະລິດເຮືອບິນທຸລະກິດແຫ່ງຊາດຈີນໄດ້ສ້າງຕັ້ງຂຶ້ນແລ້ວ

2022-10-09 14:48:55 cri

ເພື່ອເສີມຂະຫຍາຍບົດບາດຂອງການວັດແທກໃນການຮັບປະກັນ ແລະ ການຄ້ຳຊູດ້ານເຕັກນິກຕໍ່ອຸດສາຫະກຳການຜະລິດເຮືອບິນທຸລະກິດ, ຍົກສູງຄວາມສາມາດສຳຄັນໃນການແຂ່ງຂັນໃນອຸດສາຫະກຳດັ່ງກ່າວຂອງຈີນ, ຫວ່າງມໍ່ໆມານີ້, ອົງການຕິດຕາມແລະຄຸ້ມຄອງຕະຫຼາດແຫ່ງຊາດຈີນໄດ້ອະນຸມັດສ້າງຕັ້ງສູນທົດສອບວັດແທກອຸດສາຫະກຳການຜະລິດເຮືອບິນທຸລະກິດແຫ່ງຊາດຈີນໂດຍອີງອາໄສບໍລິສັດເຮືອບິນທຸລະກິດຈີນຈຳກັດ.

ສູນດັ່ງກ່າວໄດ້ຮັບການອະນຸມັດໃຫ້ຫ້າງສາສ້າງຕັ້ງຂຶ້ນເມື່ອເດືອນມີນາປີ 2017. ປັດຈຸບັນ, ໄດ້ສະໜອງການບໍລິການທົດສອບວັດແທກໃຫ້ແກ່ວິສາຫະກິດ 86 ແຫ່ງໃນວິສາຫະກິດຫຼັກທັງໝົດ 104 ແຫ່ງໃນຕ່ອງໂສ້ອຸດສາຫະກຳດັ່ງກ່າວ, ການບໍລິການວິສາຫະກິດຫຼັກໄດ້ກວມເຖິງ 82,7% , ໄດ້ສະໜອງການບໍລິການດ້ານການສອບ ແລະ ການວັດແທກທີ່ມີເຕັກນິກກ້າວໜ້າ ແລະ ຄຸນນະພາບສູງໃຫ້ແກ່ການພັດທະນາອຸດສາຫະກຳການຜະລິດເຮືອບິນທຸລະກິດຂອງປະເທດຈີນ.