ນະຄອນນິວຢອກຂອງອາເມຣິກາປະກາດພາວະສຸກເສີນຍ້ອນມີຊາວອົບພະຍົບທີ່ສະແຫວງຫາການປົກປ້ອງຫຼັ່ງໄຫຼເຂົ້າເມືອງ

2022-10-09 15:32:29 CRI

ວັນທີ 7 ຕຸລານີ້, ທ່ານເອຣິກ ອາດຳ ເຈົ້າຄອງນະຄອນນິວຢອກຂອງອາເມຣິກາປະກາດວ່າ: ໃນຫຼາຍເດືອນຜ່ານມາ, ຍ້ອນມີຊາວອົບພະຍົບທີ່ສະແຫວງຫາການປົກປ້ອງຖືກຂົນຈາກເຂດຊາຍແດນພາກໃຕ້ມານະຄອນນິວຢອກຢ່າງຫຼວງຫຼາຍ ຈົນລື່ນກາຍຄວາມສາມາດການຮັບມືຂອງທ້ອງຖິ່ນ, ນະຄອນນິວຢອກໄດ້ປະກາດພາວະສຸກເສີນເປັນເວລາ 30 ວັນ ແຕ່ມື້ດັ່ງກ່າວເປັນຕົ້ນໄປ.

ນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ, ມີຊາວອົບພະຍົບທີ່ສະແຫວງຫາການປົກປ້ອງຈາກທະວີບອາເມຣິກາໃຕ້ຫຼາຍກວ່າ 17.000 ຄົນໄດ້ຖືກຂົນຍ້າຍຈາກເຂດຊາຍແດນພາກໃຕ້ອາເມຣິກາໄປນະຄອນນິວຢອກ, ສູນປົກປ້ອງນະຄອນນິວຢອກເກືອບຮັບມືບໍ່ໄຫວອີກ ແລະ ໄດ້ໃຊ້ໂຮງແຮມ 42 ແຫ່ງເປັນສະຖານທີ່ປົກປ້ອງຊົ່ວຄາວ. ອີງຕາມທ່າເປັນໄປໃນປັດຈຸບັນ, ເມື່ອຮອດປີ 2023, ຈຳນວນຄົນທີ່ເຂົ້າໄປອາໄສລະບົບປົກປ້ອງຂອງນະຄອນນິວຢອກຈະຈາກ 61.000 ຄົນໃນປັດຈຸບັນເພີ່ມຂຶ້ນເປັນ 100.000 ຄົນຂຶ້ນໄປ. ເພື່ອຮັບມືກັບວິກິດການດັ່ງກ່າວ, ນະຄອນນິວຢອກຢ່າງໜ້ອຍຈະຕ້ອງເພີ່ມລາຍຈ່າຍ 1 ຕື້ໂດລາສະຫະລັດໃນສົກງົບປະມານນີ້ ເຊິ່ງນັບແຕ່ແຕ່ວັນທີ 1 ຕຸລາປີນີ້ເປັນຕົ້ນໄປ.