ສະມັດຊາໃຫຍ່ ສປຊ ຜ່ານມະຕິກ່ຽວກັບການສະໜັບສະໜູນປະຊາຊົນປາກິສະຖານກໍລະນີປະສົບໄພນ້ຳຖ້ວມ

2022-10-09 14:52:21 cri


ວັນທີ 7 ຕຸລາ 2022, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຜ່ານມະຕິ ເພື່ອສະໜັບສະໜູນປະຊາຊົນປາກີສະຖານກໍລະນີປະສົບໄພນ້ຳຖ້ວມ, ແລະຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງອອກແຮງຢ່າງສຸດຂີດເພື່ອໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ລັດຖະບານປາກີສະຖານ.

ມະຕິດັ່ງກ່າວໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ໂດຍສະເພາະແມ່ນປະເທດບໍລິຈາກ, ສະຖາບັນ ການເງົນສາກົນ, ອົງການຈັດຕັ້ງສາກົນ, ພາກສ່ວນເອກະຊົນແລະອົງການຈັດຕັ້ງທາງສັງຄົມ ຈົ່ງໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອຢ່າງສຸດຂີດໃຫ້ແກ່ລັດຖະບານປີກິສະຖານ ເພື່ອຫຼຸດຜົນກະທົບທີ່ເກີດຂຶ້ນຈາກໄພນ້ຳຖ້ວມ, ແລະຕອບສະໜອງຄວາມຕ້ອງການດ້ານການສ້າງສາແລະຟື້ນຟູຄືນໃໝ່ໃນໄລຍະກາງ ແລະ ໄລຍະຍາວ. ມະຕິເນັ້ນໜັກວ່າ, ປະຊາຄົມໂລກຄວນຮັກສາຄວາມສົນໃຈຢ່າງຕໍ່ເນື່ອງພາຍຫຼັງໃຫ້ການຊ່ວຍເຫຼືອສຸກເສີນ ເພື່ອສະໜັບສະໜູນຄວາມພະຍາຍາມໃນການບັນເທົາໄພ, ການສ້າງສາແລະການຟື້ນຟູຄືນໃໝ່ຂອງປາກີສະຖານໃນໄລຍະກາງແລະໄລຍະຍາວ, ແລະແຜນການປັບຕົວໃຫ້ສອດຄ່ອງກັບການປ່ຽນແປງຂອງດິນຟ້າອາກາດຂອງປາກີສະຖານ.