ຂົວທາງຫຼວງຂອງຂົວໃຫຍ່ໄຄຣເມຍຟື້ນຟູການແລ່ນລົດແລ້ວ

2022-10-09 15:27:57 CRI

ວັນທີ 8 ຕຸລານີ້, ຂ່າວສານຣັດເຊຍໃນວັນນີ້ ໄດ້ລາຍງານໂດຍອ້າງຕາມຄຳເວົ້າຂອງທ່ານເຊີແກ ອັກເຊນົບ ຜູ້ວ່າການເຂດໄຄຣເມຍ ວ່າ, ຂົວທາງຫຼວງຂອງຂົວໃຫຍ່ໄຄຣເມຍ ໄດ້ຟື້ນຟູການແລ່ນລົດແລ້ວ. ເມື່ອໄດ້ກວດກາຄວາມປອດໄພຢ່າງຮອບດ້ານ, ລົດເກັ໋ງ ແລະ ລົດບັດສາມາດແລ່ນຜ່ານໄດ້, ແຕ່ລົດບັນທຸກຍັງຕ້ອງໃຊ້ເຮືອຂ້າມຟາກ.

ຕອນເຊົ້າຂອງວັນດັ່ງກ່າວ, ລົດບັນທຸກຄັນໜຶ່ງໄດ້ເກີດລະເບີດໃນຂະນະທີ່ກຳລັງແລ່ນຢູ່ເທິງຂົວທາງຫຼວງຂອງຂົວໃຫຍ່ໄຄຣເມຍ, ສົ່ງຜົນເຮັດໃຫ້ຕູ້ບັນທຸກນ້ຳມັນ 7 ຕູ້ຂອງລົດໄຟຂົນສົ່ງສິນຄ້າຂະບວນໜຶ່ງ ທີ່ພວມແລ່ນຢູ່ຕາມຂົວທາງລົດໄຟທີ່ສ້າງຂຶ້ນຄູ່ກັບຂົວທາງຫຼວງດັ່ງກ່າວເກີດໄຟໄໝ້; ເຫດການດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ຂົວທາງຫຼວງບາງຕອນຖືກທຳລາຍ. ຄະນະກຳມະການສືບສວນ-ສອບສວນສະຫະພັນຣັດເຊຍ ກ່າວວ່າ: ອີງຕາມຜົນສະຖິຕິບໍ່ເປັນທາງການ, ເຫດການດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ມີ 3 ຄົນເສຍຊີວິດ.