ກອງປະຊຸມບໍ່ເປັນທາງການຂອງຜູ້ນຳສະຫະພາບເອີຣົບບໍ່ສາມາດບັນລຸໝາກຜົນທີ່ເປັນຮູບປະທຳກ່ຽວກັບການຮັບມືກັບວິກິດການພະລັງງານ

2022-10-09 14:56:46 cri


ວັນທີ 7 ຕຸລາ 2022, ກອງປະຊຸມບໍ່ເປັນທາງການຂອງຜູ້ນຳສະຫະພາບເອີຣົບໄດ້ຈັດຂຶ້ນຢູ່ນະຄອນຫຼວງປຣາກປະເທດເຊັກ, ຜູ້ນຳຕ່າງໆທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ປຶກສາຫາລືກ່ຽວກັບບັນຫາພະລັງງານ, ແຕ່ບໍ່ສາມາດບັນລຸໝາກຜົນທີ່ເປັນຮູບປະທຳແຕ່ຢ່າງໃດ.

ໃນກອງປະຊຸມຖະແຫຼງຂ່າວຮ່ວມທີ່ຈັດຂຶ້ນຫຼັງກອງປະຊຸມສິ້ນສຸດລົງ, ທ່ານນາງອູຊູລາ ວອນເດີເລເຢັນ ປະທານຄະນະກຳມາທິການສະຫະພາບເອີຣົບກ່າວວ່າ: ເພື່ອຮັບມືກັບລາຄາແກັສທຳມະຊາດແລະລາຄາໄຟຟ້າທີ່ແພງຂຶ້ນເລື້ອຍໆ, ຄະນະກຳມາມິການສະຫະພາບເອີຣົບຈະວາງແຜນການລະອຽດໃນຫຼາຍອາທິດຕໍ່ໜ້າ, ໃນນັ້ນລວມທັງປຶກສາຫາລືລາຄາທີ່ສົມເຫດສົມຜົນກັບຜູ້ສະໜອງ, ຈຳກັດລາຄາແກັສທຳມະຊາດໃນຕະຫຼາດກະຄືຜົນກະທົບທີ່ມີຕໍ່ລາຄາໄຟຟ້າແລະອື່ນໆ. ນາງກ່າວຕື່ມວ່າ: ຮອດລະດູບານໃໝ່ປີໜ້າທີ່ແກັສທຳມະຊາດໃນຄັງໃກ້ຈະໃຊ້ໝົດ, ສະຫະພາບເອີຣົບຊຸກຍູ້ການຈັດຊື້ແກັສທຳມະຊາດຮ່ວມກັນຈະເປັນເລື່ອງທີ່ສຳຄັນທີ່ສຸດ.