ກອງປະຊຸມຄົບຄະນະຂອງຄະນະກຳມະການສູນກາງພັກກອມມູນິດຈີນຄັ້ງທີ 7 ສະໄໝທີ 19 ຈັດຂຶ້ນຢູ່ປັກກິ່ງ

2022-10-09 14:40:59 cri


    ຕອນເຊົ້າວັນທີ 9 ຕຸລາ 2022, ກອງປະຊຸມຄົບຄະນະ ຂອງຄະນະກຳມະການສູນກາງພັກກອມມູນິດຈີນຄັ້ງທີ 7 ສະໄໝທີ 19 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ຕາງໜ້າກົມການເມືອງສູນການພັກຂຶ້ນຜ່ານບົດລາຍງານວຽກງານຕໍ່ກອງປະຊຸມ ແລະໄດ້ບັນລະຍາຍຮ່າງບົດລາຍງານຂອງຄະນະກຳມະການສູນກາງພັກກອມມູນິດຈີນທີ່ຈະລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ຕໍ່ກອງປະຊຸມດັ່ງກ່າວ. ທ່ານຫວາງຮູ້ນິງ ໄດ້ອະທິບາຍ “ຮ່າງກົດລະບຽບພັກກອມມູນິດຈີນ” ສະບັບປັບປຸງຕໍ່ກອງປະຊຸມດັ່ງກ່າວ.