ທົ່ວປະເທດຈີນໄດ້ສຳເລັດການເກັບກ່ຽວທັນຍາຫານໃນລະດູໃບໄມ້ຫຼົ່ນໄປແລ້ວ 51,5%

2022-10-09 15:33:12 CRI

ຕົວເລກຂໍ້ມູນຫຼ້າສຸດຈາກກະຊວງກະສິກຳແລະຊົນນະບົດຈີນສະແດງໃຫ້ເຫັນວ່າ: ນັບມາຮອດປັດຈຸບັນນີ້, ທົ່ວປະເທດຈີນໄດ້ສຳເລັດການເກັບກ່ຽວທັນຍາຫານໃນລະດູໃບໄມ້ຫຼົ່ນໄປແລ້ວ 45 ລ້ານເຮັກຕາ, ກວມ 51,5% ຂອງເນື້ອທີ່ທັງໝົດ ແລະ ໄວກວ່າໄລຍະດຽວກັນຂອງປີກາຍນີ້ 3,1%, ມື້ໜຶ່ງເກັບກ່ຽວໄດ້ປະມານ 2,3 ລ້ານເຮັກຕາ. ເນື້ອທີ່ປູກເຂົ້າເບຼໃນລະດູໜາວໄດ້ສຳເລັດການຫວ່ານກ້າໄປແລ້ວ 6,9%, ເນື້ອທີ່ປູກຜັກກາດນ້ຳມັນໃນລະດູໜາວໄດ້ສຳເລັດການຫວ່ານກ້າໄປແລ້ວ 17%.