ການສິ້ນເປືອງພະລັງງານຕໍ່ຫົວໜ່ວຍ GDP ຂອງຈີນໃນ 10 ປີຜ່ານມາໄດ້ຫຼຸດລົງ 3.3% ສະເລ່ຍຕໍ່ປີ

2022-10-09 15:23:59 CRI

ອີງຕາມບົດລາຍງານຕ່າງໆກ່ຽວກັບໝາກຜົນການພັດທະນາເສດຖະກິດ-ສັງຄົມຂອງຈີນນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃນວັນທີ 8 ຕຸລານີ້ ສະແດງໃຫ້ເຫັນວ່າ, ປີ 2021 ຜ່ານມາ, ການສິ້ນເປືອງພະລັງງານຕໍ່ຫົວໜ່ວຍລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນ ນັບລວມແລ້ວໄດ້ຫຼຸດລົງ 26.4% ເມື່ອທຽບກັບປີ 2012, ສະເລ່ຍຕໍ່ປີໄດ້ຫຼຸດລົງ 3,3%, ເທົ່າກັບໄດ້ປະຢັດຖ່ານຫີນມາດຕະຖານ 1,4 ຕື້ໂຕນ.

ບົດລາຍງານດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ, ໂຄງປະກອບການຜະລິດພະລັງງານຂອງຈີນໄດ້ມີການປ່ຽນແປງໄວຂຶ້ນ, ພະລັງງານທີ່ສະອາດໄດ້ກວມອັດຕາສ່ວນເພີ່ມຂຶ້ນເລື້ອຍໆ. ປີ 2021, ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າທີ່ບໍ່ແມ່ນພະລັງງານຟອດຊິວ ໄດ້ລື່ນກາຍໄຟຟ້າຖ່ານຫີນເປັນຄັ້ງທຳອິດ ໂດຍກຳລັງຕິດຕັ້ງໄຟຟ້າໄດ້ບັນລຸເຖິງ 1,12 ຕຶື້ກິໂລວັດ, ກວມຍອດກຳລັງຕິດຕັ້ງໄຟຟ້າ 47%. ກຳລັງຕິດຕັ້ງໄຟຟ້ານ້ຳຕົກ, ໄຟຟ້າແຮງລົມ ແລະ ໄຟຟ້າແສງຕາເວັນ ລ້ວນແຕ່ໄດ້ລື່ນກາຍ 300 ລ້ານກິໂລວັດ, ເປັນອັນດັບໜຶ່ງຂອງໂລກມາຫຼາຍປີແລ້ວ.

ນອກນີ້, ໃນປີ 2021, ລວມຍອດການນຳໃຊ້ພະລັງງານໃນທົ່ວປະເທດຈີນເທົ່າກັບ ຖ່ານຫີນມາດຕະຖານ 5,24 ຕື້ໂຕນ, ເພີ່ມຂຶ້ນ 30,4% ເມື່ອທຽບກັບປີ 2012, ການນຳໃຊ້ພະລັງງານເພີ່ມຂຶ້ນ 3% ສະເລ່ຍຕໍ່ປີ ແຕ່ຈັງຫວະການເຕີບໂຕຂອງ GDP ໄດ້ເພີ່ມຂຶ້ນ 6,6% ສະເລ່ຍຕໍ່ປີ.