ຈີນກ່າວວ່າ: ການທີ່ຈະສະກັດກັ້ນຄວາມຮຸນແຮງດ້ວຍອາວຸດປືນຢ່າງມີປະສິດທິຜົນຫຼືບໍ່ ແມ່ນສິ່ງຊັ່ງຊາທີ່ສຳຄັນຕໍ່ປະຊາທິປະໄຕແລະສິດທິມະນຸດແບບອາເມຣິກາ

2022-10-11 15:07:02 cri

ວັນທີ 10 ຕຸລາ 2022, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ສິດໃນການມີຊີວິດແມ່ນສິດທິມະນຸດທີ່ສຳຄັນທີ່ສຸດ. ການທີ່ຈະສະກັດກັ້ນຄວາມຮຸນແຮງດ້ວຍອາວຸດບືນຢ່າງມີປະສິດທິຜົນຫຼືບໍ່ ເພື່ອປົກປັກຮັກສາສິດຂອງເຊື້ອຊາດຜິວພັນສ່ວນໜ້ອຍ ແມ່ນສິ່ງຊັ່ງຊາທີ່ສຳຄັນຕໍ່ປະຊາທິປະໄຕແລະສິດທິມະນຸດແບບອາເມຣິກາ.

ບົດລາຍງານທີ່ສູນການຄວບຄຸມແລະປ້ອງກັນພະຍາດອາເມຣິກາເຜີຍແຜ່ໃນຫວ່າງມໍ່ໆນີ້ສະແດງໃຫ້ເຫັນວ່າ: ແຕ່ປີ 2020 ຫາປີ 2021, ຄະດີຂ້າຄົນດ້ວຍອາວຸດປືນຢູ່ອາເມຣິກາໄດ້ເພີ່ມຂຶ້ນຫຼາຍກວ່າ 8%, ເປັນສະຖິຕິສູງສຸດນັບແຕ່ຕົ້ນຊຸມປີ 1990. ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານນາງໝາວໜີງກ່າວວ່າ: ຈີນໄດ້ເອົາໃຈໃສ່ບົດລາຍງານທີ່ກ່ຽວຂ້ອງ ແລະໄດ້ເອົາໃຈໃສ່ຕົວເລກຈາກເວັບໄຊ້ “ສຳເນົາເອກະສານກ່ຽວກັບຄວາມຮຸນແຮງດ້ວຍອາວຸດປືນ” ຂອງອາເມຣິກາ ໂດຍໄດ້ສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 26 ກັນຍາທີ່ຜ່ານມາ, ປີນີ້ ອາເມຣິກາໄດ້ເກີດເຫດການຍິງປືນຂະໜາດໃຫຍ່ 500 ຄະດີທີ່ເຮັດໃຫ້ຢ່າງໜ້ອຍ 4 ຄົນເສຍຊີວິດແລະບາດເຈັບ.

ທ່ານນາງໝາວໜີງກ່າວຕື່ມວ່າ: ບົດລາຍງານດັ່ງກ່າວຍັງລະບຸວ່າ: ຄົນອາເມຣິກາເຊື້ອສາຍອາຟຣິກາມີອັດຕາເສຍຊີວິດສູງສຸດໃນເກນອາຍຸຕ່າງໆ. ກ່ອນໜ້ານີ້, ບົດລາຍງານຂອງສູນການຄວບຄຸມແລະປ້ອງກັນພະຍາດອາເມຣິກາເຄີຍສະແດງໃຫ້ເຫັນວ່າ: ອັດຕາຖືກຍິງຕາຍຂອງຄົນອາເມຣິກາເຊື້ອສາຍອາຟຣິກາແມ່ນ 12 ເທົ່າຂອງຄົນຜິວຂາວ. ການຈຳແນກເຊື້ອຊາດຜິວພັນແລະການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ ເຮັດໃຫ້ເຊື້ອຊາດຜິວພັນສ່ວນໜ້ອຍກາຍເປັນຜູ້ຖືກເຄາະຮ້າຍ.