ທະນາຄານອາເມຣິກາເຕືອນວ່າ ປີໜ້າຕະຫຼາດການປະກອບອາຊີບຂອງອາເມຣິກາຈະຊຸດໂຊມລົງຢ່າງຫຼວງຫຼາຍ

2022-10-11 14:06:23 CRI

ວັນທີ 10 ຕຸລາ2022, ເວັບໄຊCNN ຂອງອາເມຣິກາລາຍງານວ່າ: ບົດລາຍງານສະບັບໜຶ່ງທີ່ທະນາຄານອາເມຣິກາເຜີຍແຜ່ໃນວັນທີ 7 ຕຸລານີ້ສະແດງໃຫ້ເຫັນວ່າ, ຄຽງຄູ່ກັບທະນາຄານກາງອາເມຣິກາ ຫຼື FED ມີຄວາມກົດດັນນັບມື້ນັບສູງຂຶ້ນທີ່ເພີ່ມອັດຕາດອກເບ້ຍເພື່ອຫຼຸດຜ່ອນໄພເງິນເຟີ້, ຈຳນວນຜູ້ປະກອບອາຊີບທີ່ບໍ່ແມ່ນຂະແໜງການກະສິກຳໄດ້ຫຼຸດໜ້ອຍລົງໃນຕົ້ນປີ 2023, ຄາດວ່າໃນໄຕມາດທີ 4 ປີ 2022 ນີ້ ຈັງຫວະເຕີບໂຕດ້ານການປະກອບອາຊີບຂອງອາເມຣິກາຈະຫຼຸດໜ້ອຍລົງປະມານເຄິ່ງໜຶ່ງ, ໃນໄຕມາດທີ 1 ປີ 2023, ໃນແຕ່ລະເດືອນ ຕຳແໜ່ງວຽກເຮັດງານທຳຈະຫຼຸດໜ້ອຍລົງປະມານ 175.000 ຕຳແໜ່ງ. ຂໍ້ມູນທີ່ທະນາຄານອາເມຣິກາເຜີຍແຜ່ນັ້ນສະແດງໃຫ້ເຫັນວ່າ, ການວ່າງງານຈະສືບຕໍ່ກວມເອົາເວລາສວ່ນຫຼາຍໃນປີ 2023.

 

ບົດລາຍງານຂອງທະນາຄານອາເມຣິກາຍັງສະແດງໃຫ້ເຫັນວ່າ, ປີ 2023 ອັດຕາວ່າງງານຂອງອາເມຣິກາຈະສູງເຖິງ 5,5%; ຂະນະທີ່ອົງການFED ອາເມຣິກາຄາດຄະເນວ່າ ອັດຕາວ່າງງານໃນປີ 2023 ຈະມີເຖິງ 4,4%.