ມາດຕະການສ້າງຄວາມສະດວກໃຫ້ກັບຜູ້ອາຍຸສູງໃນການໄປຫາໝໍແມ່ນວິຖີທາງທີ່ມີຕົ້ນທຶນຕ່ຳສຸດແຕ່ມີປະສິດທິຜົນດີທີ່ສຸດຂອງຈີນໃນການຮັບມືກັບບັນຫາປະຊາກອນຜູ້ອາຍຸສູງ

2022-10-11 17:30:08 cri


   ໃນກອງປະຊຸມຖະແຫຼງຂ່າວຂອງຄະນະກຳມະການວຽກງານສາທາລະນະສຸກ ແລະສຸຂະພາບແຫ່ງຊາດຈີນໃນຫວ່າງມໍ່ໆນີ້, ທ່ານຫວາງໄຫຕົ່ງ ຫົວໜ້າກົມຜູ້ອາຍຸສູງຂອງຄະນະກຳມະການດັ່ງກ່າວໄດ້ກ່າວວ່າ: ລັດນຳໃຊ້ຫຼາຍມາດຕະການເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ອາຍຸສູງໃນການໄປຫາໝໍ.


  ນັບມາຮອດທ້າຍປີ 2021, ທົ່ວປະເທດໄດ້ສ້າງຕັ້ງໂຮງໝໍສັງລວມລະດັບສອງ ແລະລະດັບສອງຂຶ້ນໄປທີ່ມີພະແນກຜູ້ອາຍຸສູງ 4.685 ແຫ່ງ. ປີ 2025,ໂຮງໝໍສັງລວມລະດັບສອງ ແລະລະດັບສອງຂຶ້ນໄປມີຫຼາຍກວ່າ 60% ຈະສ້າງຕັ້ງ ພະແນກຜູ້ອາຍຸສູງ. ນອກນີ້, ຈີນໄດ້ສ້າງອົງການປິ່ນປົວສາທາລະນະສຸກສຳລັບຜູ້ອາຍຸສູງປະມານ 21.000 ແຫ່ງ. ອີງຕາມການຄາດຄະເນ,ໄລຍະປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 14 , ຍອດຈຳນວນປະຊາກອນຜູ້ອາຍຸສູງທີ່ມີອາຍຸ 60 ປີ ແລະ 60 ປີຂຶ້ນໄປຈະບຸກທະລຸ 300 ລ້ານຄົນ, ກວມຍອດຈຳນວນປະຊາກອນຈະຫຼາຍກວ່າ 20%.


   ປັດຈຸບັນ, ການຮັບມືກັບບັນຫາປະຊາກອນຜູ້ອາຍຸສູງຢ່າງຕັ້ງໜ້າໄດ້ກາຍເປັນຍຸດທະສາດແຫ່ງຊາດແລ້ວ. ທ່ານຫວາງໄຫຕົ່ງກ່າວວ່າ: ການສ້າງຄວາມສະດວກໃຫ້ກັບຜູ້ອາຍຸສູງໃນການໄປຫາໝໍແມ່ນພາຫະນະແລະວິຖີທາງທີ່ມີຕົ້ນທຶນຕ່ຳສຸດແຕ່ມີປະສິດທິຜົນດີທີ່ສຸດໃນການຮັບມືກັບບັນຫາປະຊາກອນຜູ້ອາຍຸສູງ. ເພື່ອຊຸກຍູ້ວຽກງານໃນດ້ານນີ້, ທາງຄະນະກຳມະການສາທາລະນະສຸກ ແລະສຸຂະພາບແຫ່ງຊາດໄດ້ພິມ ແລະແຈກຢາຍເອກະສານນະໂຍບາຍກ່ຽວກັບການສ້າງລະບົບບໍລິການສຸຂະພາບຂອງຜູ້ອາຍຸສູງໃຫ້ທົ່ວເຖິງ, ໂດຍໄດ້ກຳນົດຢ່າງຈະແຈ້ງວ່າຈະສ້າງລະບົບການບໍລິການສຸຂະພາບຂອງຜູ້ອາຍຸສູງແບບສັງລວມທີ່ສົມບູນແບບ ແລະຕໍ່ເນື່ອງທີ່ປົກຄຸມທັງຕົວເມືອງແລະຊົນນະ ບົດໃນ 6 ດ້ານ, ຄື: ການສຶກສາສຸຂະພາບ, ການປ້ອງກັນພະຍາດແລະການຮັກສາສຸຂະພາບ, ການບົ່ງມະຕິ ແລະປິ່ນປົວພະຍາດ,ການພະຍາບານເພື່ອຟື້ນຟູສຸຂະພາບ, ການເບິ່ງແຍງໃນໄລຍະຍາວແລະການປິ່ນປົວແລະການພະຍາບານຄົນເຈັບທີ່ອາຍຸຄາດຄະເນເຫຼືອແຕ່ 6 ເດືອນຫຼືໜ້ອຍກວ່າ.