ຈີນເຂົ້າຮ່ວມກອງປະຊຸມ ICG ຄັ້ງທີ 16

2022-10-11 17:58:36 cri


  ລະຫວ່າງວັນທີ 9 ຮອດວັນທີ 14 ຕຸລານີ້,ກອງປະຊຸມຄະນະກຳມະການ ສາກົນລະບົບນຳທາງດ້ວຍດາວທຽມທົ່ວໂລກ ຫຼື ICG  ຄັ້ງທີ 16 ໄດ້ຈັດຂຶ້ນຢູ່ອາບູດາບີປະເທດອາຣັບເອມີເຣດ. ໃນໄລຍະໄຂກອງປະຊຸມ,ຜູ້ແທນຝ່າຍຕ່າງໆໄດ້ແລກປ່ຽນຄວາມຄິດຄວາມເຫັນກັນຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ຈຸດສຸມໃນຂົງເຂດນຳທາງດ້ວຍດາວທຽມ, ເຊັ່ນການນຳໃຊ້ດ້ານຄວາມແມ່ນຢຳສູງ, ການບໍລິການດ້ານອະວະກາດ, ການເຊື່ອມສານເຂົ້າກັນລະຫວ່າງລະບົບ ແລະອື່ນໆ.


  ກອງປະຊຸມຄັ້ງນີ້ເປັນຄັ້ງທຳອິດທີ່ຄະນະຜູ້ແທນຈີນໄດ້ເຂົ້າຮ່ວມກອງປະຊຸມນຳທາງດ້ວຍດາວທຽມຂອງໂລກດ້ວຍຮູບແບບທັງອອນລາຍ ແລະ ອັອບລາຍພາຍຫຼັງປະສົບຜົນສຳເລັດໃນການສ້າງລະບົບນຳທາງດ້ວຍດາວທຽມທົ່ວໂລກເປີຍໂຕ່ວ-3. ຜູ້ຊ່ຽວຊານຈີນໄດ້ເຂົ້າຮ່ວມການປຶກສາຫາລືຫົວຂໍ້ທັງໝົດຂອງກອງປະຊຸມຄັ້ງນີ້, ໂດຍສະເພາະແມ່ນໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບຄວາມຄືບໜ້າຫຼ້າສຸດຂອງລະບົບເປີຍໂຕ່ວໃນດ້ານການກໍ່ສ້າງ ແລະການປະຕິບັດງານ, ການນຳໃຊ້ແລະເຜີຍແຜ່, ການຮ່ວມມືສາກົນແລະອື່ນໆ.


   ຫຼັງກອງປະຊຸມ, ຜູ້ແທນສາກົນເຊັ່ນປາກິສຖານເປັນຕົ້ນໄດ້ກ່າວວ່າ: ເມື່ອທຽບກັບລະບົບນຳທາງດ້ວຍດາວທຽມອື່ນໆແລ້ວ, ລະບົບນຳທາງດ້ວຍດາວທຽມເປີຍໂຕ່ວມີຄວາມສາມາດແຂ່ງຂັນສະເພາະຕົວ, ພ້ອມທັງຕັ້ງໜ້າໃຫ້ການສະໜັບສະໜູນແກ່ປະເທດພວມພັດທະນາທີ່ພັດທະນາເຕັກນິນຳທາງດ້ວຍດາວທຽມ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງໂລກ.