ກະຊວງການຕ່າງປະເທດອີຣານກ່າວວ່າ: ບໍ່ຍອມຮັບອາເມຣິກາ ແລະປະເທດຕາເວັນຕົກທີ່ສວຍໃຊ້ບັນຫາວຽກງານພາຍໃນຂອງອີຣານເພື່ອເພີ່ມຄວາມກົດດັນຕໍ່ການເຈລະຈາກ່ຽວກັບບັນຫານິວເຄຣຍຂອງອີຣານ

2022-10-11 15:47:34 CRI

ວັນທີ 10 ຕຸລາ 2022, ທ່ານຄານານີ ໂຄສົກກະຊວງການຕ່າງປະເທດອີຣານກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ອີຣານຍັງຍິນດີສືບຕໍ່ເຈລະຈາກ່ຽວກັບສັນຍານິວເຄຣຍອີຣານ, ແຕ່ຈະບໍ່ຍອມຮັບຄວາມກົດດັນຈາກອາເມຣິກາ ແລະ ປະເທດຕາເວັນຕົກໂດຍສວຍໃຊ້ວຽກງານພາຍໃນຂອງອີຣານເປັນຂໍ້ອ້າງ.

 

ທ່ານຄານານີກ່າວວ່າ: “ກ່ຽວກັບສັນຍານິວເຄຣຍຂອງອີຣານ, ວິທີການຂອງອີຣານຍັງຄົງ ຍຶດໝັ້ນເສັ້ນທາງການເຈລະຈາ, ເພື່ອບັນລຸເຖິງການເຊັນສັນຍາທີ່ໝັ້ນທ່ຽງ ແລະລວມທັງຜົນປະໂຫຍດຂອງອີຣານ. ພວກເຮົາພ້ອມແລ້ວທີ່ຈະດຳເນີນການແລກປ່ຽນກັບທຸກຝ່າຍບົນພື້ນຖານທີ່ເຄົາລົບເຊິ່ງກັນແລະກັນ. ພວກເຮົາຍັງເນັ້ນໜັກວ່າ, ເດັດດ່ຽວຄັດຄ້ານຕໍ່ຄວາມພະຍາຍາມຂອງຝ່າຍໃດຝ່າຍໜຶ່ງທີ່ຈະໃຊ້ການລົງໂທດອັນໃໝ່ເພື່ອບັງຄັບໃຫ້ອີຣານຍອມຈຳນົນ, ພວກເຮົາຈະບໍ່ຍອມຮັບການແຊກແຊງວຽກງານພາຍໃນຂອງອີຮານຢ່າງເດັດຂາດ.”