ຈັດກອງປະຊຸມປະຈຳປີ 2022 ຂອງອົງການກອງທຶນເງິນຕາສາກົນ ແລະ ທະນາຄານໂລກ

2022-10-11 16:17:28 CRI

ວັນທີ 10 ຕຸລາ 2022 ນີ້, ກອງປະຊຸມປະຈຳປີ 2022 ຂອງອົງການກອງທຶນ ເງິນຕາສາກົນ ແລະ ທະນາຄານໂລກ ໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ຂອງສອງອົງການດັ່ງກ່າວຢູ່ເຂດພິເສດວໍຊິງຕັນດ້ວຍຮູບແບບອອຟລາຍ.

 

ໃນໄລຍະທີ່ຈັດກອງປະຊຸມຄັ້ງນີ້, ໂລກພວມພະຍາຍາມຮັບມືກັບວິກິດການຕ່າງໆ, ເຊັ່ນ: ການເຄື່ອນໄຫວເສດຖະກິດຊ້າລົງ, ໄພເງິນເຟີ້ໜັກໜ່ວງຂຶ້ນ, ວິກິດການດ້ານສະບຽງອາຫານ ແລະ ພະລັງງານ, ການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະອື່ນໆ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍແມ່ນເພື່ອເຕົ້າໂຮມຜູ້ກຳນົດນະໂຍບາຍ ອົງການຈັດຕັ້ງສາກົນ ແລະ ພາກສ່ວນເອກະຊົນ, ເພື່ອປຶກສາຫາລື ແລະ ປະສານງານກັນໃນການເຄື່ອນໄຫວໃຫ້ເປັນເອກະພາບ.