ຍອດຈຳນວນຜູ້ປະກອບອາຊີບຢູ່ຕົວເມືອງຈີນໃນ 10 ປີຜ່ານມາເພີ່ມຂຶ້ນ 94,86 ລ້ານຄົນ

2022-10-11 16:50:26 cri


ວັນທີ 10 ຕຸລາ 2022, ອົງການສະຖິຕິແຫ່ງຊາດຈີນໄດ້ເຜີຍແຜ່ບົດລາຍງານຕ່າງໆກ່ຽວກັບຜົນສຳເລັດແຫ່ງການພັດທະນາເສດຖະກິດສັງຄົມນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ ໂດຍໄດ້ສະແດງໃຫ້ເຫັນວ່າ: ປີ 2021, ຍອດຈຳນວນຜູ້ປະກອບອາຊີບຢູ່ຕົວເມືອງຂອງຈີນ ມີເຖິງ 467,73 ລ້ານຄົນ, ເພີ່ມຂຶ້ນຫຼາຍກວ່າປີ 2012 ເຖິງ 94,86 ລ້ານຄົນ.

ບົດລາຍງານດັ່ງກ່າວຍັງສະແຫງໃຫ້ເຫັນວ່າ: ການປະກອບອາຊີບຂອງກຸມຄົນສຳຄັນມີການຄ້ຳປະກັນຢ່າງແຂງແຮງ. ໃນລະຫວ່າງປີ 2012 ຫາ 2021, ຍອດຈຳນວນຊາວກະສິກອນທີ່ເຮັດວຽກຢູ່ຕົວເມືອງໄດ້ເພີ່ມຂຶ້ນຈາກ 262,61 ລ້ານຄົນ ເປັນ 292,51 ລ້ານຄົນ, ຂະໜາດການປະກອບອາຊີບຂອງກຸ່ມຄົນນີ້ໄດ້ຂະຫຍາຍຕົວຢ່າງໝັ້ນທ່ຽງ. ໂດຍແນໃສ່ກຸ່ມຄົນທີ່ມີຄວາມຫຍຸ້ງຍາກ, ໄດ້ເພີ່ມທະວີການຊ່ວຍເຫຼືອໃນການປະກອບອາຊີບຢ່າງບໍ່ຢຸດຢັ້ງ. ນັບແຕ່ປີ 2021 ເປັນຕົ້ນມາ, ແຕ່ລະປີມີຜູ້ວ່າງງານຫຼາຍກວ່າ 5,5 ລ້ານຄົນໄດ້ຊອກຫາວຽກເຮັດງານທຳໃໝ່, ມີຜູ້ມີຄວາມຫຍຸ້ງຍາກຫຼາຍກວ່າ 1,7 ລ້ານຄົນໄດ້ປະກອບອາຊີບ ແລະມີປະມານ 50.000 ຄອບຄົວທີ່ບໍ່ມີຄົນມີວຽກເຮັດງານທຳນັ້ນ ໄດ້ບັນລຸໃຫ້ທຸກຄອບຄົວຢ່າງໜ້ອຍມີ 1 ຄົນໄດ້ປະກອບອາຊີບ.

ນອກນີ້, ການປະກັນໄພແຮງງານໄດ້ຮັບການເພີ່ມທະວີເປັນກ້າວໆ. ໃນທ້າຍປີ 2021, ໃນທົ່ວປະເທດມີ 480,74 ລ້ານຄົນເຂົ້າຮ່ວມການປະກັນໄພບຳນານພື້ນຖານຂອງພະລາກອນຢູ່ຕົວເມືອງ, ມີ 354,31 ລ້ານຄົນເຂົ້າຮ່ວມການປະກັນໄພປິ່ນປົວພະຍາດພື້ນຖານຂອງພະລາກອນຢູ່ຕົວເມືອງ, ມີ 229,58 ລ້ານຄົນເຂົ້າຮ່ວມການປະກັນໄພວ່າງງານ, ມີ 282,87 ລ້ານຄົນເຂົ້າຮ່ວມການປະກັນໄພອຸປະຕິເຫດແຮງງານ ແລະມີ 237,52 ລ້ານຄົນເຂົ້າຮ່ວມການປະກັນໄພຈະເລີນພັນ.