ທະນາຄານກາງຂອງຈີນແລະເອີຣົບຕໍ່ສັນຍາແລກປ່ຽນເງິນຕາສະກຸນເງິນຂອງຕົນລະຫວ່າງສອງຝ່າຍ

2022-10-11 17:43:59 cri


   ໂດຍໄດ້ຮັບການອະນຸມັດຈາກຄະນະລັດຖະບານຈີນ,ຫວ່າງມໍ່ໆນີ້,ທະນາຄານປະຊາຊົນຈີນ ແລະ ທະນາຄານກາງເອີຣົບໄດ້ຕໍ່ສັນຍາແລກປ່ຽນເງິນຕາສະກຸນເງິນຂອງຕົນລະຫວ່າງສອງຝ່າຍ,ຂະໜາດການແລກປ່ຽນບໍ່ປ່ຽນແປງ,ຄື:350 ຕື້ຢວນຕໍ່ 45 ຕື້ເອີໂຣ,ສັນຍາມີຜົນສັກສິດເປັນເວລາ 3 ປີ.


   ການຕໍ່ສັນຍາແລກປ່ຽນເງິນຕາສະກຸນເງິນຂອງຕົນລະຫວ່າງສອງຝ່າຍ ຈີນ-ເອີຣົບ, ມີຜົນດີຕໍ່ການລົງເລິກການຮ່ວມມືດ້ານການເງິນລະຫວ່າງສອງຝ່າຍຕື່ມອີກ, ຍັງເປັນການຊຸກຍູ້ການຄ້າແລະການລົງທຶນຂອງສອງຝ່າຍໃຫ້ມີຄວາມສະດວກ, ແລະ ຮັກສາສະຖຽນລະພາບຂອງຕະຫຼາດການເງິນ.