ທ່ານຫວາງຊີສ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 6 ຂອງກອງປະຊຸມປະສານງານ ແລະ ມາດຕະການໄວ້ເນື້ອເຊື່ອໃຈອາຊີ

2022-10-12 10:40:06 CRI


    ວັນທີ 11 ຕຸລານີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານກາຊັກສະຖານ ປະເທດປະທານກອງປະຊຸມປະສານງານ ແລະ ມາດຕະການໄວ້ເນື້ອເຊື່ອໃຈອາຊີ, ທ່ານຫວາງຊີສ່ານ, ຮອງປະທານປະເທດຈີນຈະນຳພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 6 ຂອງກອງປະຊຸມປະສານງານ ແລະ ມາດຕະການໄວ້ເນື້ອເຊື່ອໃຈອາຊີທີ່ຈັດຂຶ້ນຢູ່ນະຄອນຫຼວງອັດສຕານາປະເທດກາຊັກສະຖານໃນວັນທີ 12 ຫາ 13 ຕຸລານີ້.