ສະມັດຊາໃຫຍ່ອົງການ ສປຊ ໄດ້ເລືອກຕັ້ງ 14 ປະເທດສະມາຊິກຂອງສະພາສິດທິມະນຸດ

2022-10-12 14:52:42 cri


ວັນທີ 11 ຕຸລານີ້, ສະມັດຊາໃຫຍ່ອົງການ ສປຊ ຄັ້ງທີ 77 ໄດ້ຈັດກອງປະຊຸມຄົບຄະນະ ໂດຍໄດ້ເລືອກຕັ້ງ 14 ປະເທດສະມາສິກໃໝ່ຂອງສະພາສິດທິມະນຸດ ເພື່ອເຂົ້າແທນສະມາຊິກທີ່ຈະໝົດອາຍຸປະຕິບັດໜ້າທີ່ໃນທ້າຍປີ 2022. ສະມາຊິກໃໝ່ດັ່ງກ່າວຈະຮັບຕຳແໜ່ງໃນວັນທີ 1 ມັງກອນປີ 2023.

ສະມາຊິກຂອງສະພາສິດທິມະນຸດທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ມີປະເທດຢູ່ພາກພື້ນອາຟຣິກາ ຄື: ອານເຊຣີ, ມາຣົກ, ອາຟຣິກາໃຕ້ ແລະຊູດັງ; ປະເທດຢູ່ພາກພື້ນອາຊີປາຊີຟິກ ຄື: ບັງກະລາເດັດ, ກຽກກິສະຖານ, ມານດິຟ ແລະ ຫວຽດນາມ; ປະເທດຢູ່ພາກພື້ນເອີຣົບຕາເວັນອອກ ຄື: ກິໂອເກຍ ແລະ ຣູມານີ; ປະເທດຢູ່ພາກພື້ນອາເມຣິກາລາຕິນແລະກາຣິບບິນ ຄື: ຈີລີ ແລະ ໂກສຕາຣີກາ; ປະເທດເອີຣົບຕາເວັນຕົກແລະປະເທດຢູ່ພາກພື້ນອື່ນໆ ຄື: ແບນຊິກ ແລະ ເຢຍລະມັນ. ໃນນັ້ນ, ຊູດັງແລະເຢຍລະມັນເປັນສະມາຊິກທີ່ຈະດຳລົງຕຳແໜ່ງຕໍ່ໄປອີກ.

ສຳນັກງານໃຫຍ່ສະພາສິດທິມະນຸດ ສປຊ ຕັ້ງຢູ່ເຊີແນວປະເທດສະວິສ. ສະພາສິດທິມະນຸດໄດ້ຈັດທີ່ນັ່ງ 47 ທີ່ນັ່ງ, ໃນນັ້ນ, ພາກພື້ນອາຊີປາຊີຟິກ ແລະ ພາກພື້ນອາຟຣິກາຕ່າງມີ 13 ທີ່ນັ່ງ, ອາເມຣິກາລາຕິນແລະພາກພື້ນກາຣິບບີມີ 8 ທີ່ນັ່ງ, ພາກພື້ນເອີຣົບຕາເວັນອອກມີ 6 ທີ່ນັ່ງ, ເອີຣົບຕາເວັນຕົກແລະພາກພື້ນອື່ນໆມີ 7 ທີ່ນັ່ງ. ໃນແຕ່ລະປີ, ສະມັດຊາໃຫຍ່ ສປຊ ຈະເລືອກຕັ້ງສະມາຊິກໃໝ່ໃນ 1 ສ່ວນ 3 ຂອງສະມາຊິກ, ສະມາຊິກມີອາຍຸດຳລົງຕຳແໜ່ງເປັນເວລາ 3 ປີ, ແລະສາມາດດຳລົງຕຳແໜ່ງຕໍ່ອີກ 1 ສະໄໝເມື່ອໄດ້ຮັບການເລືອກຕັ້ງ.