ແຈ້ງການຂອງກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນສະໄໝທີ 19

2022-10-12 18:19:49 cri

ກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 9 ຫາວັນທີ 12 ຕຸລາ 2022.

ກອງປະຊຸມຄົບຄະນະໄດ້ຕົກລົງວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ຈະຈັດຂຶ້ນຢູ່ປັກກິ່ງໃນວັນທີ 16 ຕຸລານີ້. ກອງປະຊຸມຄົບຄະນະແມ່ນກົມການເມືອງສູນກາງພັກເປັນປະທານ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວຄຳປາໄສສຳຄັນ.

ກອງປະຊຸມຄົບຄະນະໄດ້ສະຫຼຸບວຽກງານໃນ 5 ປີຜ່ານມານັບແຕ່ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນເປັນຕົ້ນມາ, ໄດ້ວິເຄາະສະຖານະການແລະໜ້າທີ່ວຽກງານໃນປັດຈຸບັນ, ລົງເລິກປຶກສາຫາລືບັນຫາສຳຄັນຕ່າງໆ ເປັນຕົ້ນແມ່ນການຍຶດໝັ້ນແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸໃໝ່ແລະຂະບວນການໃໝ່, ການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ເພື່ອເປັນການກະກຽມຢ່າງເຕັມສ່ວນໃຫ້ກັບການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ.