ຈີນສະໜັບສະໜູນສະຫະປະຊາຊາດ ແລະ ສະຫະພາບອາຟຣິກາຍົກສູງລະດັບການຮ່ວມມື

2022-10-12 12:39:37 cri


  ວັນທີ 11 ຕຸລານີ້, ທ່ານໄຕ້ປິ່ງ ຮອງຜູ້ແທນຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວວ່າ: ຈີນຊົມເຊີຍ ແລະ ສະໜັບສະໜູນອົງການສະຫະປະຊາຊາດ ແລະ ສະຫະພາບອາຟຣິກາຍົກສູງລະດັບການຮ່ວມມືຕື່ມອີກເພື່ອ ຊຸກຍູ້ການພັດທະນາໂດຍສັນຕິຂອງທະວີບອາຟຣິກາໃຫ້ດີກວ່າເກ່ົາ.


  ໃນເວລາປະກອບຄຳຄິິດຄຳເຫັນໃນກອງປະຊຸມເປີດເຜີຍຂອງສະພາຄວາມໝັ້ນຄົງກ່ຽວກັບ “ການຮ່ວມມືລະຫວ່າງອົງການສະຫະປະຊາຊາດ ແລະ ສະຫະພາບອາຟຣິກາ”,  ທ່ານໄຕ້ປິ່ງໄດ້ກ່າວວ່າ: ຈີນສະໜັບສະໜູນອົງການສະຫະປະຊາຊາດ ແລະ ສະຫະພາບອາຟຣິກາເພີ່ມຄວາມທະວີການຮ່ວມມືໃນດ້ານການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ການຍົກສູງການສ້າງຄວາມສາມາດຂອງອາຟຣິກາ, ການຊຸກຍູ້ການພັດທະນາແບບຍືນຍົງຂອງອາຟຣິກາ ແລະ ຊຸກຍູ້ການປະຕິຮູບການຄຸ້ມຄອງໂລກ.


   ທ່ານໄຕ້ປິ່ງຍັງກ່າວຕື່ມວ່າ:   ບັນຫາຈຸດສຸມແບບເກົ່າຂອງອາຟຣິກາໄດ້ເພີ່ມທະວີຂຶ້ນ, ສິ່ງທ້າທາຍຕ່າງໆ ມີ: ການເຄື່ອນ ໄຫວກໍ່ການຮ້າຍ, ການຄ້າອາວຸດ, ຄວາມໝັ້ນຄົງທາງທະເລ, ສາທາລະນະສຸກແລະອື່ນໆໄດ້ເພີ່ມຫຼາຍຂຶ້ນ, ຕ້ອງການໃຫ້ອົງການສະຫະປະຊາຊາດ, ສະຫະພາບອາຟຣິກາແລະປະເທດພາກພື້ນຮ່ວມກັນຮັບມື. ການເຄື່ອນໄຫວຮັກສາສັນຕິພາບຂອງອົງການສະຫະປະຊາຊາດຕ້ອງທຸ່ມເທຊັບພະຍາກອນແລະກຳລັງແຮງເຂົ້າໃນຂົງເຂດທີ່ປະເທດຜູ້ກ່ຽວຕ້ອງການແລະປະຊາຊົນທ້ອງຖິ່ນຄອງຄອຍ.