ທ່ານສີຈິ້ນຜິງ ແລະ ປະທານາທິບໍດີເຢຍລະມັນສົ່ງສານຊົມເຊີຍຕໍ່ກັນເນື່ອງໃນໂອກາດທີ່ຈີນ ແລະ ເຢຍລະມັນສ້າງສາຍພົວພັນທາງການທູດຄົບຮອບ 50 ປີ

2022-10-12 13:32:51 CRI

ວັນທີ 11 ຕຸລາ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານແຟຣັງ ສະເຕອິນເມຍເອີ ປະທານາທິບໍດີເຢຍລະມັນ ໄດ້ສົ່ງສານຊົມເຊີຍຕໍ່ກັນເນື່ອງໃນໂອກາດທີ່ຈີນ ແລະ ເຢຍລະມັນສ້າງສາຍພົວພັນທາງການທູດຄົບຮອບ 50 ປີ.

 

ທ່ານສີຈິ້ນຜິງຊີ້ອອກວ່າ, ໃນ 50 ປີຜ່ານມານີ້, ຈີນ ແລະ ເຢຍລະມັນໄດ້ຖືຈິດໃຈທີ່ເຄົາລົບກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສືບຕໍ່ຊຸກຍູ້ສາຍພົວພັນສອງປະເທດກ້າວໄປໜ້າ, ພະຍາຍາມປະກອບສ່ວນອັນຕັ້ງໜ້າເຂົ້າໃນສັນຕິພາບ ແລະ ການພັດທະນາຂອງໂລກ, ຮ່ວມກັນເປີດໜ້າໃໝ່ທີ່ເກາະແຂນກ້າວໄປໜ້າ ແລະ ຊ່ວຍສ້າງຜົນສຳເລັດນຳກັນ. ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ-ເຢຍລະມັນ, ຍິນດີທຳຄວາມພະຍາຍາມຮ່ວມກັນກັບທ່ານປະທານາທິບໍດີສະເຕອິນເມຍ, ຖືການສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 50 ປີເປັນກາລະໂອກາດ, ສືບທອດອະດີດ ບຸກເບີກອະນາຄົດ, ຊຸກຍູ້ສາຍພົວພັນຄູ່ຍຸດທະສາດຮອບດ້ານຈີນ-ເຢຍລະມັນກ້າວຂຶ້ນສູ່ລະດັບສູງກວ່າເກົ່າ, ສ້າງຄວາມສຸກໃຫ້ແກ່ສອງປະເທດ ກໍຄືປະຊາຊົນສອງຊາດ.

 

ທ່ານສະເຕອິນເມຍກ່າວວ່າ, ໃນ 50 ປີຜ່ານມາ, ສາຍພົວພັນເຢຍລະມັນ-ຈີນໄດ້ຂະຫຍາຍກ້າວໄປສູ່ລວງເລິກໃນຫຼາຍຂົງເຂດ, ເພີ່ມທະວີການແລກປ່ຽນກັນ ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ. ຈີນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງເຢຍລະມັນ, ການຮ່ວມມືດ້ານເສດຖະກິດການຄ້າເຢຍລະມັນ-ຈີນສອດຄ່ອງກັບຜົນປະໂຫຍດສອງຝ່າຍ. ອວຍພອນໃຫ້ການຮ່ວມມືລະຫວ່າງສອງປະເທດສືບຕໍ່ພັດທະນາກ້າວໄປໜ້າເປັນຢ່າງດີ.