ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກຂອງຈີນຈະບໍ່ຖືກສະກັດກັ້ນຍ້ອນການຈຳກັດແລະການຂວ້ຳບາດໃດໆ

2022-10-12 14:49:13 cri

ວັນທີ 11 ຕຸລານີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວວ່າ: ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກຂອງຈີນຈະບໍ່ຖືກສະກັດກັ້ນຍ້ອນການຈຳກັດແລະການຂວ້ຳບາດໃດໆ.

ມີນັກຂ່າວຖາມວ່າ: ໃນໄລຍະມໍ່ໆມານີ້, ອາເມຣິກາແລະປະເທດຕາເວັນຕົກຈຳນວນໜຶ່ງເປີດປ່າວການຕັດການພົວພັນກັນແລະຕັດຕ່ອງໂສ້ດ້ານເຕັກນິກ, ວົງການພາຍນອກເປັນຫ່ວງວ່າ ການພັດທະນາດ້ານວິທະຍາສາດເຕັກນິກຂອງຈີນຈະຖືກສະກັດກັ້ນຍ້ອນເລື່ອງນີ້. ທ່ານນາງໝາວໜິງໄດ້ກ່າວຄວາມເຫັນດັ່ງກ່າວຕໍ່ກັບບັນຫານີ້.

ທ່ານນາງໝາວໜິງກ່າວຕື່ມວ່າ: ພັກແລະລັດຖະບານຂອງຈີນໄດ້ເອົາໃຈໃສ່ໃນລະດັບສູງຕໍ່ການປະດິດສ້າງດ້ານວິທະຍາສາດເຕັກນິກ, ຖືການປະດິດສ້າງໃໝ່ເປັນແຮງຂັບເຄື່ອນທີ່ສຳຄັນທີ່ສຸດໃນການນຳພາການພັດທະນາ, ຖືການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກນິກເປັນການຄ້ຳປະກັນທາງຍຸດທະສາດຂອງການພັດທະນາແຫ່ງຊາດ. ຈີນໄດ້ກ້າວເຂົ້າເປັນປະເທດແບບປະດິດສ້າງໃໝ່ ເຊິ່ງໄດ້ປະກົດມີຜົນສຳເລັດດ້ານວິທະຍາສາດເຕັກນິກທີ່ກ້າວໜ້າແລະຈະເລີນໃໝ່ ເປັນຕົ້ນແມ່ນຂໍ້ມູນຂ່າວສານ quantum ແລະຂະແໜງການໃໝ່ ເປັນຕົ້ນແມ່ນປັນຍາປະດິດ ໄດ້ພັດທະນາຢ່າງມີຊີວິດຊີວາ. ການຄົ້ນຄວ້າຮ່ວມແລະການຮ່ວມມືດ້ານວິທະຍາສາດເຕັກນິກລະຫວ່າງຈີນກັບປະເທດຕ່າງໆໃນໂລກ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມຄວາມສຸກໃຫ້ກັບມວນນຸດ ແລະຮັບມືກັບສິ່ງທ້າທາຍຂອງທົ່ວໂລກ.