ໂຄງການພັດທະນາຂອງ ສປຊ ກ່າວວ່າ: ວິກິດການໜີ້ສິນທີ່ຮ້າຍແຮງ ພວມແຜ່ລາມຢູ່ປະເທດອາຟຣິກາຈຳນວນໜຶ່ງ

2022-10-12 11:56:13 cri


   ໂຄງການພັດທະນາຂອງອົງການສະຫະປະຊາຊາດຫຼື UNDP ໄດ້ ກ່າວເຕືອນໃນວັນທີ 11 ຕຸລານີ້ວ່າ: ວິກິດດານໜີ້ສິນທີ່ຮ້າຍແຮງພວມແຜ່ລາມຢູ່ເຂດທຸກຍາກທີ່ສຸດຂອງໂລກ. ໃນບົດລາຍງານສະບັບໜຶ່ງຂອງUNDPໄດ້ ຄາດຄະເນວ່າ, ມີ 54 ປະເທດທີ່ກວມປະຊາກອນຜູ້ທຸກຍາກທີ່ສຸດຫຼາຍກວ່າເຄິ່ງໜຶ່ງຂອງໂລກຕ້ອງການຍົກເລີກໜີ້ສິນໃນທັນທີເພື່ອຫຼີກເວັ້ນບໍ່ໃຫ້ຄວາມທຸກຍາກທີ່ສຸດເພີ່ມທະວີຂຶ້ນ, ພ້ອມທັງເຮັດໃຫ້ພວກເຂົາເຈົ້າມີໂອກາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ອີງຕາມບົດລາຍງານສະບັບນີ້, ປະເທດເຫຼົ່ານີ້ ຕົ້ນຕໍແມ່ນປະເທດອາຟຣິກາທີ່ຢູ່ທິດໃຕ້ຂອງທະເລຊາຍຊາຮາລາ.


   ທ່ານອາຈິມ ສະໄຕເນີ ຫົວໜ້າອົງການUNDPທວງໃຫ້ນຳໃຊ້ມາດຕະການຕ່າງໆ, ລວມທັງຍົກເລີກໜີ້ສິນ, ໃຫ້ການສົງເຄາະທີ່ກວ້າງກວ່າເກົ່າແກ່ປະເທດຫຼາຍກວ່າເກົ່າ, ພ້ອມທັງເພີ່ມມາດຕາພິເສດເຂົ້າໃນສັນຍາຫຼັກຊັບ.