ປະຊາຊົນຢູ່ຊົນນະບົດເຂດທຸກຍາກຂອງຈີນມີລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງແລະໄວສົມຄວນ

2022-10-12 14:53:55 cri


ບົດລາຍງານທີ່ອົງການສະຖິຕິແຫ່ງຊາດຈີນເຜີຍແຜ່ໃນວັນທີ 11 ຕຸລານີ້ ສະແດງໃຫ້ເຫັນວ່າ: ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ປະຊາກອນຜູ້ທຸກຍາກຢູ່ຊົນນະບົດຈີນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, ປະຊາຊົນຢູ່ຊົນນະບົດເຂດທຸກຍາກມີລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງແລະໄວສົມຄວນ, ລະດັບຊີວິດການເປັນຢູ່ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ ແລະຄຸນນະພາບຂອງຊີວິດການເປັນຢູ່ກໍສືບຕໍ່ຍົກສູງຂຶ້ນເຊັ່ນກັນ.

ໃນໄລຍະປີ 2013 ຫາ 2020, ປະຊາກອນຜູ້ທຸກຍາກຢູ່ຊົນນະບົດໃນທົ່ວປະເທດຈີນໄດ້ຫຼຸດລົງ 98,99 ລ້ານຄົນ, ໄດ້ຫຼຸດລົງ 12,37 ລ້ານຄົນໂດຍສະເລ່ຍຕໍ່ປີ, ອັດຕາເກີດມີຄວາມທຸກຍາກໄດ້ຫຼຸດລົງ 1,3% ຕໍ່ປີ. ລາຍຮັບສະເລ່ຍທີ່ຈັບຈ່າຍໄດ້ຂອງປະຊາຊົນຢູ່ຊົນນະບົດເຂດທຸກຍາກໄດ້ເພີ່ມຂຶ້ນ 11,6% ຕໍ່ປີ ເຊິ່ງໄວກວ່າຈັງຫວະການເຕີບໂຕຕໍ່ປີຂອງຊົນນະບົດໃນທົ່ວປະເທດເຖິງ 2,3%. ຫຼັງຈາກໄດ້ເອົາຊະນະໃນບັນລຶບລ້າງຄວາມທຸກຍາກແລ້ວ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ຊົນນະບົດເຂດທຸກຍາກໄດ້ມີຄຸນນະພາບດີຂຶ້ນຢ່າງຕໍ່ເນື່ອງ. ປີ 2021, ປະຊາຊົນຢູ່ຊົນນະບົດຂອງຕາແສງທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ມີລາຍຮັບສະເລ່ຍທີ່ຈັບຈ່າຍໄດ້ມີເຖິງ 14.051 ຢວນ, ເພີ່ມຂຶ້ນຫຼາຍກວ່າປີ 2021 ຜ່ານມາເຖິງ 11,6%. ຄ່າໃຊ້ຈ່າຍສະເລ່ຍໃນການບໍລິໂພກມີເຖິງ 12.311 ຢວນ, ເພີ່ມຂຶ້ນຫຼາຍກວ່າປີກາຍເຖິງ 14,4%.