ຈີນໃຊ້ນະວັດຕະກຳຫຍັງໃນການເກັບກ່ຽວຜົນລະປູກໄດ້ໄວ ແລະ ຕົກເຮ່ຍໜ້ອຍ?

2022-10-12 16:01:34 CRI


ຈາກຮວງເຂົ້າທີ່ມີເປືອກ ໄປຮອດ ເຂົ້າສານ ແລະ ເຂົ້າບະເລຈົເຖິງການປຸງແຕ່ງ, ຕ້ອງຜ່ານຫຼາຍຂັ້ນຕອນ, ເຊິ່ງຈະພາໃຫ້ເກີດມີການຕົກເຮ່ຍເສຍຫາຍຢ່າງຫຼວງຫຼາຍ. ຕາມການຄາດຄະເນວ່າ, ໃນເມື່ອກ່ອນ, ຄວາມຕົກເຮ່ຍເສຍຫາຍໃນຂັ້ນຕອນປຸງແຕ່ງສະບຽງອາຫານຂອງຈີນໄດ້ບັນລຸເຖິງປະມານ1,5ລ້ານໂຕນຕໍ່ປີ. ໃນຊຸມປີມໍ່ໆມານີ້, ຈີນໄດ້ປະດິດສ້າງນະວັດຕະກຳໃໝ່ເລື້ອຍໆໃນການເກັບກ່ຽວເຂົ້າເພື່ອປະຢັດທັນຍາຫານ ແລະ ຫຼຸດຜ່ອນຄວາມເສຍຫາຍ.



ນະວັດຕະກຳຕົ້ນຕໍຄືຈັກເກັບກ່ຽວອັດສະລິຍະແບບບໍ່ມີຄົນຂັບທີ່ປະກອບລະບົບນຳທາງດ້ວຍດາວທຽມເປີຍໂຕ, ເຊິ່ງຈັກເກັບກ່ຽວສາມາດສຳເລັດໜ້າທີ່ເກັບກ່ຽວໃນທົ່ງນາ ນຳສົ່ງທັນຍາຫານຫານແບບອັດຕະໂນມັດ ແລະອື່ນໆຕາມເສັ້ນທາງທີ່ກຳນົດໄວ້, ສາມາດສຳເລັດການເກັບກ່ຽວ 2 ເຮັກຕາພາຍໃນເວລາ 1 ຊົ່ວໂມງ, ເຮັດວຽກທັງດີທັງໄວ, ອັດຕາການຕົກເຮ່ຍໃນການເກັບກ່ຽວດ້ວຍເຄື່ອງຈັກສາມາດຫຼຸດລົງເປັນປະມານ 1%, ຍັງໄດ້ຫຼຸດຜ່ອນການຫຼຸ້ຍຫ້ຽນຂອງເຄື່ອງຈັກກະສິກຳອີກດ້ວຍ. ຂໍ້ມູນສະແດງໃຫ້ເຫັນວ່າ, ປັດຈຸບັນນີ້, ອັດຕານຳໃຊ້ເຄື່ອງຈັກອະເນກປະສົງໃນການໄຖນາ ການປູກຝັງ ແລະການເກັບກ່ຽວເຄື່ອງປູກຝັງຂອງຈີນ ມີເຖິງ 72%.



 


 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ