ເຮັດໃຫ້ຄວາມໃຝ່ຝັນຮັ່ງມີຮ່ວມກັນບັນລຸຜົນເປັນຈິງ

2022-10-12 14:03:49 CRI


ປະເທດຈີນຍຶດໝັ້ນແນວຄວາມຄິດແຫ່ງການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ໃຫ້ປະຊາຊົນຮ່ວມກັນຊົມໃຊ້ໝາກຜົນແຫ່ງການພັດທະນາ. ຢູ່ບົນພື້ນຖານຂອງແນວຄວາມຄິດດັ່ງກ່າວ, ຈີນໄດ້ລຶບລ້າງຄວາມທຸກຍາກຢ່າງເດັດຖານ, ແລະສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ. ຊີວິດການເປັນຢູ່ຂອງຊາວກະສິກອນຈີນນັບມື້ນັບດີຂຶ້ນ.



ທ່ານເອລິອາດ ຈາບບົວ ຮອງສາສະດາຈານເສດຖະສາດມະຫາວິທະຍາໄລລັດຣີໂອເດຈາເນໂຣປະເທດບຣາຊິນກ່າວວ່າ, ບັນຫາທີ່ບໍ່ສະເໝີພາບກັນໃນໂລກໄດ້ຮຸນແຮງຂຶ້ນຕື່ມໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ຂະນະທີ່ປະເທດຈີນໄດ້ລຶບລ້າງຄວາມທຸກຍາກຢ່າງເດັດຖານໃນປະເທດຕົນ. ນັບແຕ່ຂະນະນີ້ເປັນຕົ້ນໄປ, ຈີນຈະສຸມໃສ່ດ້ານການເມືອງ ການຈັດຕັ້ງ, ລັດ ແລະ ການທະນາຄານ ແລະ ດ້ານອື່ນໆເພື່ອບັນລຸເປົ້າໝາຍທີ່ສ້າງສັງຄົມທີ່ມີຄວາມສະເໝີພາບຫຼາຍກວ່າເກົ່າ.

 

ປັດຈຸບັນນີ້, ຈີນໄດ້ຕົກລົງສ້າງເຂດສາທິດຮັ່ງມີຮ່ວມກັນຢູ່ແຂວງເຈີ້ຈ່ຽງທີ່ເປັນແຂວງທີ່ພັດທະນາແລ້ວຢູ່ພາກຕາເວັນອອກຂອງຈີນ, ໂດຍຈະປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆທີ່ມີຜົນດີຕໍ່ການສ້າງຄວາມຮັ່ງມີຮ່ວມກັນຢູ່ເຂດສາທິດແຫ່ງນີ້, ເພື່ອສະສົມບົດຮຽນໃຫ້ແກ່ກາບັນລຸເປົ້າໝາຍທີ່ຮັ່ງມີຮ່ວມກັນໃນທົ່ວປະເທດຈີນ.

 

ທ່ານໂຣເບີດ ລໍເຣັນ ປະທານມຸນນິທິKuhnກ່າວວ່າ: ຄວາມຮັ່ງມີຮ່ວມກັນໄດ້ວາດພາບປະເທດຈີນທີ່ມີຄວາມສະເໝີພາບຫຼາຍກວ່າເກົ່າ, ຄວາມແຕກໂຕນກັນດ້ານລະດັບການດຳລົງຊີວິດ ຊັບສິນ ແລະ ໂອກາດຂອງປະຊາຊົນ ໂດຍສະເພາະແມ່ນຄວາມແຕກໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດຈະຫຼຸດໜ້ອຍລົງຢ່າງຫຼວງຫຼາຍ.

 

ທ່ານເບບິກ ວາເລຣີ ປະທານສະມາຄົມການເມືອງວິທະຍາອູແກຣນກ່າວວ່າ, ປະຊາຊົນຈີນບໍ່ພຽງແຕ່ໄດ້ແກ້ໄຂບັນຫາຄວາມທຸກຍາກຢູ່ປະເທດຕົນເທົ່ານັ້ນ, ຍັງໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນເວທີສາກົນອີກດ້ວຍ. ໂດຍສະເພາະແມ່ນທ່ານປະທານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ໂດຍຊຸກຍູ້ການຄ້າສາກົນ ພ້ອມກັນນັ້ນຍັງໄດ້ຍົກສູງລະດັບເສດຖະກິດສັງຄົມ ແລະ ລະດັບການດຳລົງຊີວິດດ້ານວັດຖຸຂອງປະເທດທີ່ມີສ່ວນຮ່ວມ.