ການຈັດກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 20 ແມ່ນເຫດການສຳຄັນຂອງຈີນ ກໍຄືຂອງໂລກ

2022-10-13 16:31:30 CRI

ເນື່ອງໃນໂອກາດທີ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 20 ໃກ້ຈະຈັດຂຶ້ນ, ສື່ມວນຊົນລາວໄດ້ລົງພິມບົດນຳທີ່ມີຫົວຂໍ້ວ່າ: “ການຈັດກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 20 ແມ່ນເຫດການສຳຄັນຂອງຈີນ ກໍຄືຂອງໂລກ”. ບົດນຳມີເນື້ອໃນສຳຄັນດັ່ງນີ້:


ວັນທີ16ຕຸລາ2022ນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນຈະໄຂຂື້ນຢ່າງເປັນທາງການ,ສະຫງ່າຜ່າເຜີຍທີ່ປັກກິ່ງນະຄອນຫຼວງ ຂອງສປຈີນຢ່າງໃຫຍ່ໂຕມະໂຫລານ. ກອງປະຊຸມໃຫຍ່ຄັ້ງນີ້ບໍ່ພຽງແຕ່ແມ່ນເຫດການສຳຄັນຂອງທົ່ວປະເທດເທົ່ານັ້ນ, ຍັງເປັນເຫດການທີ່ໄດ້ດຶງດູດຄວາມສົນໃຈຂອງຊາວໂລກອີກດ້ວຍ.




ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 20 ແມ່ນກອງປະຊຸມທີ່ມີລັກສະນະສືບທອດ ອະດີດ ແລະ ບຸກເບີກອະນາຄົດ. ໃນ 10 ປີທີ່ຜ່ານມາ, ປະຊາຊົນຈີນໄດ້ຮັບຜົນສຳເລັດໃໝ່ທີ່ໃຫຍ່ຫຼວງໃນພາລະກິດປົກປັກຮັກສາແລະສ້າງ ສາປະເທດ ຊາດຈີນ, ໂດຍສະເພາະໄດ້ບັນລຸເປົ້າໝາຍສູ້ຊົນ 100 ປີເຫດການທີ ໜຶ່ງຄືສ້າງສັງຄົມທີ່ອິ່ມໜຳສຳລານໃຫ້ສຳເລັດຮອບດ້ານຢູ່ຜືນແຜ່ນດິນຈີນ, ໄດ້ແກ້ໄຂບັນຫາຄວາມທຸກຍາກເດັດຖານທີ່ມີລັກສະນະປະຫວັດສາດ. ໃນໄລຍະເວລາທີ່ພັກກອມມູນິດຈີນ ແລະ ປະຊາຊົນຈີນກ້າວເຂົ້າສູ່ຂະບວນການອອກເດີນ ທາງຄັ້ງໃໝ່ແຫ່ງການກໍ່ສ້າງປະເທດສັງຄົມນິຍົມທັນສະໄໝຮອບດ້ານກໍຄືພວມ ກ້າວໄປສູ່ເປົ້າໝາຍສູ້ຊົນ 100 ປີປະການທີສອງຄື: ສ້າງປະເທດສັງຄົມ ນິຍົມທີ່ທັນສະໄໝເຂັ້ມແຂງໃຫ້ສຳເລັດຮອບດ້ານຢ່າງສະຫງ່າຜ່າເຜີຍ, ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 20 ຈະສະຫຼຸບວຽກງານໃນ 5 ປີຜ່ານມາຢ່າງຕັ້ງໜ້າ ທີ່ມີຜົນສໍາເລັດອັນຍິ່ງໃຫຍ່ ແລະ ບົດຮຽນອັນລໍ້າຄ່າ, ຈະ ຈັດວາງເປົ້າໝາຍສູ້ຊົນ,ກຳນົດທິດທາງໜ້າທີ່ໃຫຍ່ ແລະ ສຳຄັນໃຫ້ແກ່ພາລະກິດ ການພັດທະນາຂອງພັກ ແລະ ປະເທດຊາດໃນ 5 ປີຕໍ່ໜ້າ ແລະ ໃນອະນາຄົດ ຢ່າງວິທະຍາສາດ. ສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນກາງ ລົງເລິກວິເຄາະສະຖານະການພາຍໃນປະເທດແລະສາກົນ, ກຳໄດ້ຄວາມຕ້ອງ ການໃໝ່ໃນການພັດທະນາພາລະກິດຂອງຊາດແລະຂອງພັກ ແລະ ຄວາມປາດ ຖະໜາໃໝ່ຂອງປະຊາຊົນ ໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່.



ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 20 ແມ່ນກອງປະຊຸມທີ່ເຕົ້າໂຮມກຳລັງຈິດໃຈຂອງປະຊາຊົນຈີນ. ປີ2022ເປັນປີທີ່ບໍ່ທໍາມະດາປີໜຶ່ງສໍາລັບ ປະເທດຈີນ ໂດຍສະເພາະ ແມ່ນການປະເຊີນໜ້າ ກັບສະພາບແວດລ້ອມ ອັນສັບສົນຂອງພາຍນອກ, ຜົນກະທົບທີ່ຕໍ່ເນື່ອງ ຈາກການລະບາດຂອງພະຍາດ ໂຄວິດ-19, ສະພາບດິນຟ້າອາກາດທີ່ຮ້າຍແຮງ ແລະໄພພິບັດທາງທໍາມະຊາດ, ສູນກາງພັກ ໂດຍແມ່ນ ສະຫາຍ ສີຈິ້ນຜິງ ເປັນແກນກາງໄດ້ໄຈ້ແຍກຢ່າງຖືກຕ້ອງ, ຮັບມືກັບການປ່ຽນແປງ ດ້ວຍວິທະຍາສາດ ແລະເປັນເຈົ້າການໃນການປ່ຽນແປງ, ນໍາພາປະຊາຊົນຈີນ ຍາດໄດ້ຜົນສໍາເລັດຢ່າງໜ້າພໍໃຈ ໃນໄລຍະທີ່ກ້າວເຂົ້າສູ່ ເປົ້າໝາຍຮ້ອຍປີທີສອງ, ບັນລຸການເລີ່ມຕົ້ນທີ່ດີ ໃນການສ້າງປະເທດ ເປັນສັງຄົມນິຍົມແບບທັນສະໄໝຮອບດ້ານ, ເສດຖະກິດມີການພັດທະນາຢ່າງຕໍ່ ເນື່ອງ, ໃນໄລຍະ 6 ເດືອນຂອງຕົ້ນປີ, GDP ເພີ່ມຂຶ້ນ 2,5%, ໃນນັ້ນ, ໃນໄຕມາດທີສອງ ໄດ້ບັນລຸການເພີ່ມຂຶ້ນ ໃນທາງບວກ ໂດຍຜ່ານຜ່າຜົນກະທົບ ຈາກປັດໄຈທີ່ຄາດຄະເນໄວ້; ຄົນມີອາຍຸຍືນ ສະເລ່ຍ ຄາດວ່າສູງເຖິງ 78,2 ປີ, ຖົງເຂົ້າ, ກະຕ່າຜັກຂອງປະຊາຊົນໄດ້ມີການຮັບປະກັນຢ່າງໝັ້ນທ່ຽງ, ຜົນສໍາເລັດ ທີ່ໄດ້ຮັບມານີ້ບໍ່ແມ່ນເລື່ອງງ່າຍ, ໄດ້ສະແດງໃຫ້ເຫັນເຖິງການນຳພາອັນເຂັ້ມແຂງຂອງພັກກອມມູນິດຈີນຢ່າງເຕັມສ່ວນ. ກອງປະຊຸມຍັງຈະໄດ້ເລືອກຕັ້ງຄະນະ ກຳມະການສູນກາງພັກ ແລະ ຄະນະກໍາມະການກວດກາວິໄນສູນກາງພັກຊຸດໃໝ່, ສືບຕໍ່ນຳພາປະຊາຊົນບັນດາເຜົ່າທົ່ວປະເທດຈີນຮ່ວມແຮງຮ່ວມໃຈກັນ ເພື່ອຮ່ວມກັນສ້າງພາລະກິດອັນຍິ່ງໃຫຍ່.


ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 20 ແມ່ນກອງປະຊຸມທີ່ໄດ້ຮັບຄວາມສົນໃຈຈາກຊາວໂລກ. ເມື່ອຫວນຄືນການກຳເນີດເກີດຂື້ນຂອງພັກກອມມູ ນິດຈີນໃນປີ1921ແມ່ນເຫດການອັນຍິ່ງໃຫຍ່ທີ່ພິກແຜ່ນດິນປີ້ນແຜ່ນຟ້າໄດ້ປ່ຽນ ແປງທິດທາງ ແລະ ຂະບວນ ການພັດທະນາຂອງປະຊາຊາດຈີນຫຼັງປະຫວັດສາດ ສະໄໝໃໝ່ຢ່າງເລິກເຊິ່ງ, ໄດ້ປ່ຽນແປງອະນາຄົດ ແລະ ຊາຕາກຳຂອງປະຊາຊົນ ຈີນ, ໄດ້ປ່ຽນແປງທ່າອ່ຽງ ແລະ ສະພາບການພັດທະນາຂອງໂລກ ຢ່າງເລິກເຊິ່ງ.ພັກກອມມູນິດຈີນກາຍເປັນພັກການເມືອງໜຶ່ງທີ່ເກົ່າແກ່ຂອງໂລກ, ຢັ້ງຢືນໄດ້ວ່າເປັນພັກການເມືອງທີ່ມີບົດ ຮຽນປະສົບການໃນການນຳພາພັກ ແລະ ປະເທດຊາດຈີນດວ້ຍຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ. ພັກກອມມູນິດຈີນໄດ້ ກາຍເປັນພັກກຳອຳນາດ, ນຳພາປະຊາຊົນ ດຳເນີນການສ້າງສັງຄົມນິຍົມ, ເຮັດໃຫ້ສປຈີນໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຈີນ, ເຊິ່ງໄດ້ຢືນຢັນເທື່ອແລ້ວເທື່ອອີກຕໍ່ຊາວໂລກວ່າ, ເປັນຫຍັງລັດທິມາກມີຄວາມເປັນໄປໄດ້, ເປັນຫຍັງພັກກອມມູນິດຈີນສາມາດຍາດເອົາຜົນສຳເລັດໄດ້, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນມີທ່າແຮງຄືແນວໃດ. ເຊິ່ງໄດ້ສະໜອງຕົວແບບ ແລະ ວິຖີທາງທີ່ຕິດແທດຕົວຈິງ ແລະ ເປັນໄປໄດ້ໃຫ້ກັບບັນດາປະເທດເລືອກເອົາເສັ້ນທາງ ແລະ ຮູບການພັດທະນາຂອງປະເທດຕົນ.


ທົ່ວໂລກຕິດຕາມເອົາໃຈໃສ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 20, ແມ່ນຍ້ອນວ່າ ຈີນເປັນກຸ່ມເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ການພັດທະນາຂອງຈີນມີສາຍພົວພັນຢ່າງໃກ້ຊິດກັບການພັດທະນາຂອງທົ່ວໂລກ. ໃນ 10 ປີທີ່ຜ່ານມານີ້, ອັດຕາເຕີບໂຕສະເລ່ຍຕໍ່ປີຂອງຈີນແມ່ນ 6,6%, ອັດຕາປະກອບສ່ວນສະເລ່ຍຂອງຈີນຕໍ່ການເຕີບໂຕຂອງເສດຖະກິດໂລກມີເຖິງ 38,6%, ເຊິ່ງຫຼາຍກວ່າລວມຍອດຂອງອັດຕາການປະກອບສ່ວນຂອງປະເທດກຸ່ມ G7. ປີ 2021, GDP ຂອງຈີນໄດ້ກວມ 18,5% ຂອງເສດຖະກິດໂລກ, ໄດ້ເພີ່ມຂຶ້ນ 7,2% ເມື່ອທຽບໃສ່ 10 ປີກ່ອນ; ຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນມີເຖິງ 6.900 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 56,8% ເມື່ອທຽບໃສ່ 10 ປີກ່ອນ, ຈີນໄດ້ເປັນກຸ່ມເສດຖະກິດໃຫຍ່ອັນດັບທີ 2  ແລະ ປະເທດໃຫຍ່ດ້ານການຄ້າອັນດັບທີ 1 ຂອງໂລກ. ຈີນໄດ້ປະກອບກຳລັງທາງບວກຫຼາຍກວ່າເກົ່າເຂົ້າໃນການເຕີບໂຕແບບເຂັ້ມແຂງ ແບບຍືນຍົງ ດຸນດ່ຽງ ແລະ ກວມລວມຂອງໂລກ.


ທົ່ວໂລກຕິດຕາມເອົາໃຈໃສ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 20, ອີກສາເຫດໜຶ່ງແມ່ນຍ້ອນວ່າ ປັດຈຸບັນນີ້, ສະພາບການປ່ຽນແປງ ຮ້ອຍປີຂອງໂລກ ແລະການລະບາດຂອງພະຍາດໂຄວິດ-19 ໄດ້ສັບຊ້ອນເຂົ້າກັນ, ມວນມະນຸດພວມຢູ່ໃນສະພາບທາງສີ່ແຍກໃໝ່. ປະເທດຕ່າງໆໃນໂລກຫວັງວ່າພັກກອມມູນິດຈີນທີ່ໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ແນວຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”, ຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ, ແລະ ຂໍ້ລິເລີ່ມການພັດທະນາຂອງໂລກນັ້ນປະກອບສ່ວນດ້ານປັນຍາ ແລະ ແຜນການ ຂອງປະເທດຈີນ ເພື່ອປະຕິຮູບການບໍລິຫານ ລະບົບທົ່ວໂລກ.


ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນກັບລາວຖືວ່າເປັນແບບຢ່າງທີ່ດີໃນການສ້າງຄູ່ຮ່ວມຊາຕາກຳ. ປີ 2021 ຍອດມູນຄ່າການຄ້າລະຫວ່າງ ສອງປະເທດໄດ້ບັນລຸ 4,35 ຕື້ໂດລາສະຫະລັດ, ເຊິ່ງໄດ້ເພີ່ມຂຶ້ນ 21,4% ເມື່ອທຽບໃສ່ໄລຍະດຽວກັນ ແລະ ເປັນຍອດມູນຄ່າຫລາຍທີ່ສຸດໃນປະຫວັດສາດ. ການເປີດບໍລິການເສັ້ນທາງລົດໄຟຈີນ-ລາວ ໄດ້ຊ່ວຍລາວບັນລຸເປົ້າໝາຍຍຸດທະ ສາດການຫັນປະເທດ ທີ່ບໍ່ຊາຍແດນຕິດທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ, ອໍານວຍໂອກາດກວ້າງຂວາງໃຫ້ແກ່ລາວ ໃນການເຂົ້າຮ່ວມຂະບວນການເຊື່ອມ ໂຍງເຊື່ອມຈອດຂອງພາກພື້ນ ແລະ ພັດທະນາເສດຖະກິດ ແບບກ້າວກະໂດດຂັ້ນ; ມາຮອດຕົ້ນເດືອນກັນຍາ 2022 ນີ້, ເສັ້ນທາງ ລົດໄຟໄດ້ຂົນສົ່ງຜູ້ໂດຍສານ 6,71 ລ້ານເທື່ອຄົນ ແລະ ຂົົນສົ່ງສິນຄ້າຂ້າມ ຊາຍແດນປະມານ 1,28 ລ້ານໂຕນ, ໄດ້ນໍາເອົາຜົນປະໂຫຍດອັນແທ້ຈິງ ໃຫ້ແກ່ປະຊາຊົນສອງປະເທດ ແລະ ໄດ້ເປັນເສັ້ນທາງແຫ່ງຄວາມເຂົ້າໃຈ ແລະ ຮັ່ງມີຮ່ວມກັນລະຫວ່າງປະຊາຊົນ ສອງປະເທດ.


ນອກນັ້ນ,ໂຄງການໃຫຍ່ 8 ໂຄງການທີ່ຈີນຊ່ວຍເຫລືອລາວ ໄດ້ຮັບການປະ ຕິບັດຢ່າງຮອບດ້ານ, ການສ້າງພື້ນຖານໂຄງລ່າງ ເພື່ອແກ້ໄຂຄວາມທຸກຍາກໃນ 30 ບ້ານໃນນະຄອນຫລວງວຽງຈັນ ແລະຫລວງພະບາງ ໄດ້ເລີ່ມການກໍ່ສ້າງ, ໂຮງຮຽນ 3 ແຫ່ງ ຄືໂຮງຮຽນອາຊີວະສຶກສາ, ເສັ້ນທາງລົດໄຟໄດ້ລົງມືປະຕິບັດ, ໂຄງການໄລຍະທໍາອິດຂອງໂຄງການ “ສີ່X100” ລວມມີໂຄງການໄຟຟ້າສ່ອງ ແສງຊົນນະບົດ100 ໂຄງການ, ໂຄງການໂທລະພາບ ດິຈີຕອນໃນຊົນນະບົດ 100 ໂຄງການ, ໂຄງການອະນາໄມໃນເຂດທຸກຍາກຊົນນະບົດ 100 ໂຄງການ ແລະໂຄງການສະໜອງນໍ້າປະປາໃນເຂດທຸກຍາກຊົນນະບົດ ໄດ້ສໍາເລັດໂດຍ ພື້ນຖານ.