ບົດບັນທຶກກອງປະຊຸມ FED ສະແດງໃຫ້ເຫັນວ່າ: ເດືອນພະຈິກແລະເດືອນທັນວາອາດຈະສືບຕໍ່ເພີ່ມອັດຕາດອກເບຍ

2022-10-13 14:36:52 cri


ວັນທີ 12 ຕຸລານີ້, ທະນາຄານກາງອາເມລິກາຫຼື FED ໄດ້ເຜີຍແຜ່ບົດບັນທຶກກອງປະຊຸມຂອງຄະນະກຳມະການຕະຫຼາດເປີດເຜີຍຂອງສະຫະລັດ ຫຼື FOMC ໃນເດືອນກັນຍາ. ອີງຕາມເນື້ອໃນຂອງບົດບັນທຶກກອງປະຊຸມທີ່ເຜີຍແຜ່ນັ້ນ, FED ອາດຈະເພີ່ມອັດຕາດອກເບ້ຍ 75% ແລະ 50% ໃນກອງປະຊຸມທີ່ຈະໄຂຂຶ້ນໃນເດືອນພະຈິກແລະເດືອນທັນວາ 2022. ຜູ້ມີສ່ວນຮ່ວມໃນຕະຫຼາດໄດ້ຄາດຄະເນໂດຍທົ່ວໄປວ່າ: ການເພີ່ມອັດຕາດອກເບ້ຍພາຍຫຼັງເດືອນທັນຍາຈະຊ້າລົງຕື່ມອີກ, ອັດຕາດອກເບ້ຍຂອງກອງທຶນໃນ 6 ເດືອນຕົ້ນປີ 2023 ຈະເພີ່ມສູງຂຶ້ນຮອດຈຸດສູງສຸດ.

ເດືອນກັນຍາ, ຄະນະກຳມະການຕະຫຼາດເປີດເຜີຍຂອງສະຫະລັດ ຕົກລົງຈະເພີ່ມຂອບເຂດເປົ້າໝາຍອັດຕາດອກເບ້ຍຂອງກອງທຶນສະຫະລັດຂຶ້ນໃນລະຫວ່າງ 3% ຫາ 3,25%, ທັງຄາດຄະເນວ່າຈະສືບຕໍ່ເພີ່ມອັດຕາດອກເບຍຂອງກອງທຶນໃຫ້ສູງຂຶ້ນຢ່າງເໝາະສົມ.