ຈີນທວງໃຫ້ປະເທດທີ່ພັດທະນາແລ້ວຈັດຕັ້ງປະຕິບັດຄຳໝັ້ນສັນຍາການລະດົມທຶນດ້ານດິນຟ້າອາກາດທ່ີ່ໃຫ້ໄວ້ກັບທະວີບອາຟຣິການັ້ນໂດຍໄວ

2022-10-13 12:26:55 cri


   ວັນທີ 12 ຕຸລານີ້,ທ່ານໄຕ້ປິ່ງ ຮອງຜູ້ແທນຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ປະກອບຄຳຄິດຄຳເຫັນໃນກອງປະຊຸມອະພິປາຍຢ່າງເປີດເຜີຍກ່ຽວກັບ“ດິນຟ້າອາກາດ ແລະ ຄວາມໝັ້ນຄົງຂອງທະວີບອາຟຣິກາ”ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ,ໂດຍທວງໃຫ້ປະເທດທີ່ພັດທະນາແລ້ວ ຈັດຕັ້ງປະຕິບັດຄຳໝັ້ນສັນຍາການລະດົມທຶນດ້ານດິນຟ້າອາກາດທີ່ໃຫ້ໄວ້ກັບທະວີບອາຟຣິການັ້ນໂດຍໄວ.


  ທ່ານໄຕ້ປິ່ງກ່າວວ່າ:ການຊ່ວຍເຫຼືອທະວີບອາຟຣິກາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັ້ນບໍ່ຢູ່ບ່ອນວ່າ ຈະຮ້ອງຄຳຂວັນດ້ວຍສຽງດັງຂະໜາດໃດ,ແຕ່ຕ້ອງເບິ່ງວ່າ ຄຳໝັ້ນສັນຍາໄດ້ປາກົດຜົນເປັນຈິງແລ້ວຫຼືບໍ່,ຄວາມຕ້ອງການຂອງທະວີບອາຟຣິກາໄດ້ຮັບການຕອບສະໜອງແລ້ວຫຼືບໍ່.ປະເທດທີ່ພັດທະນາແລ້ວໄດ້ໃຫ້ຄຳໝັ້ນສັນຍາວ່າ:ແຕ່ລະປີຈະສະໜອງການລະດົມທຶນດ້ານດິນຟ້າອາກາດ 100 ຕື້ໂດລາສະຫະລັດໃຫ້ກັບປະເທດທີ່ພວມພັດທະນາ,ປະເທດທີ່ພັດທະນາແລ້ວຂອງເອີຣົບໃຫ້ຄຳໝັ້ນສັນຍາວ່າ:ຮອດປີ 2025,ການສະໜັບສະໜູນດ້ານການເງິນແກ່ໂຄງການດິນຟ້າອາກາດຂອງປະເທດທີ່ອ່າວທຸກຍາກຢູ່ທະວີບອາຟຣິກາຈະເພີ່ມຂຶ້ນ 1 ເທົ່າ.ທັງໝົດເຫຼົ່ານີ້ຈະກາຍເປັນໃບເຊັກເປົ່າບໍ່ໄດ້,ຕ້ອງໄຊ້ໜີ້ທາງປະຫວັດສາດໂດຍໄວ,ພ້ອມທັງກຳນົດເປົ້າໝາຍລະດົມທຶນຮວມໝູ່ອັນໃໝ່,ເຮັດໃຫ້ປະເທດຢູ່ທະວີບອາຟຣິກາໄດ້ເຫັນເງິນຄຳແທ້,ໄດ້ເຫັນປະສິດທິຜົນຕົວຈິງ.