ທ່ານປູຕິນກ່າວວ່າ: ຣັດເຊຍຍັງກຽມຈະປະຕິບັດຕາມສັນຍາເພື່ອສະໜອງພະລັງງານ

2022-10-13 15:18:20 cri


ວັນທີ 12 ຕຸລານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ກ່າວໃນກິດຈະກຳສັບປະດາພະລັງງານຣັດເຊຍວ່າ: ເສດຖະກິດແລະພະລັງງານໂລກພວມປະສົບກັບວິກິດການທີ່ໜັກໜ່ວງ. ການເຄື່ອນໄຫວທຳລາຍຂອງບາງປະເທດແມ່ນພາກສ່ວນໜຶ່ງຂອງວິກິດການ. ທ່ານປູຕິນກ່າວວ່າ: ຈຸດປະສົງໃນການປະຕິບັດການໂຈມຕີແບບກໍ່ການຮ້າຍຕໍ່ທໍ່ສົ່ງແກັສທຳມະຊາດໂນດສະຕຣິມ (Nord Stream) ແມ່ນເພື່ອທຳລາຍຄວາມໝັ້ນຄົງດ້ານພະລັງງານຂອງທົ່ວເອີຣົບ, ສະກັດກັ້ນພະລັງງານທີ່ມີລາຄາຖືກ.

ທ່ານປູຕິນກ່າວຕື່ມອີກວ່າ: ການສ້ອມແປງທໍ່ສົ່ງແກັສທຳມະຊາດໂນດສະຕຣິມໃຫ້ດີຂຶ້ນແມ່ນມີຄວາມອາດເປັນໄປໄດ້, ແຕ່ວ່າມີແຕ່ທໍ່ສົ່ງແກັສທຳມະຊາດສາມາດສືບຕໍ່ເຮັດວຽກຢ່າງປອດໄພເທົ່ານັ້ນຈຶ່ງມີຄວາມໝາຍ. ທໍ່ສົ່ງແກັສທຳມະຊາດໂນດສະຕຣິມ 2 ສາຂາສາຍໜຶ່ງຍັງເຮັດວຽກຢູ່, ຣັດເຊຍຍັງກຽມພ້ອມທີ່ຈະປະຕິບັດຕາມສັນຍາເພື່ອສະໜອງພະລັງງານ, ຣັດເຊຍໄດ້ກຽມພ້ອມແລ້ວທີ່ຈະສົ່ງແກັສທຳມະຊາດໄປສູ່ເອີຣົບໃຫ້ຫຼາຍກວ່າເກົ່າ.