ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ:ຣັດເຊຍ ແລະ ອາເມຣິກາລ້ວນແຕ່ບໍ່ໄດ້ສະເໜີໃຫ້ຈັດການເຈລະຈາປະມຸກລັດຣັດເຊຍ-ອາເມຣິກາ

2022-10-13 14:40:08 CRI



    ວັນທີ 12 ຕຸລານີ້, ຂ່າວສານຕາສລາຍງານວ່າ, ທ່ານດີມີຕຣີ ເປສໂກຟ ໂຄສົກປະທານາທິບໍດີຣັດເຊຍໄດຖະແຫຼງຕໍ່ສື່ມວນຊົນໃນມື້ດຽວກັນວ່າ: ຣັດເຊຍ ແລະ ອາເມຣິກາດລ້ວນແຕ່ບໍ່ໄດ້ສະເໜີໃຫ້ຈັດການເຈລະຈາລະຫວ່າງທ່ານວະລາດີເມຍ ປູຕິນ ກັບ ທ່ານໂຈ ໄປເດນ.


    ກ່ອນໜ້ານີ້, ທ່ານໂຈ ໄປເດນ ປະທານາທິບໍດີອາເມຣິກາເຄີຍກ່າວວ່າ, ປັດຈຸບັນ, ທ່ານຍັງບໍ່ມີແຜນພົບປະກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໃນກອງປະຊຸມກຸ່ມ G20 ທີ່ຈະຈັດຂຶ້ນໃນໄວໆນີ້, ແຕ່ທ່ານກໍ່ຊີ້ອອກວ່າ, ມັນຈະແລ້ວແຕ່ເນື້ອໃນທີ່ຜູ້ນຳຣັດເຊຍຢາກປຶກສາຫາລືກັນ.