ສູນຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ເລີ່ມໃຫ້ການບໍລິການຢ່າງເປັນທາງການ

2022-10-13 16:03:16 CRI


    ວັນທີ 12 ຕຸລານີ້, ສູນຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ເລີ່ມໃຫ້ການບໍລິການຢ່າງເປັນທາງການ ເພື່ອສະໜອງຄວາມຮັບປະກັນໃຫ້ແກ່ນັກຂ່າວຈີນ ແລະ ຕ່າງປະເທດໃນການເອົາຂ່າວ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20.


    ຜູ້ຮັບຜິດຊອບສູນຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນພັກຄອມມູນິດແນະນຳໃຫ້ຮູ້ວ່າ: ໃນຂະນະທີ່ປ້ອງກັນພະຍາດໂຄວິດ-19 ໃຫ້ດີ,ສູນຖະແຫຼງຂ່າວຈະສະໜອງການບໍລິການທີ່ຫຼາກຫຼາຍ ແລະ ອົດອຸ່ນຖືຖ້ວນໃຫ້ແກ່ນັກຂ່າວຈີນ ແລະ ຕ່າງປະເທດດ້ວຍຮູບການຕ່າງໆ ເຊັ່ນ:ການສຳພາດຢູ່ສະຖານທີ່ຈັດກອງປະຊຸມ,ການສຳພາດໂດຍຜ່ານວິດີໂອທາງອິນເຕີເນັດ ແລະ ການສຳພາດທາງລາຍລັກອັກສອນເປັນຕົ້ນ.


     ໃນໄລຍະຈັດກອງປະຊຸມໃຫຍ່, ສູນຖະແຫຼງຂ່າວຈະຈັດຕັ້ງນັກຂ່າວຈີນ ແລະ ຕ່າງປະເທດສຳພາດວາລະປະຊຸມທີ່ສຳຄັນຈຳນວນໜຶ່ງຂອງກອງປະຊຸມໃຫຍຢູ່ສະຖານທີ່ຈັດກອງປະຊຸມ, ຈັດຕັ້ງກິດຈະກຳສຳພາດຜູ້ແທນພັກຄອມມູນິດຈີນຕາມຊ່ອງທາງຜ່ານ, ຈັດຕັ້ງກອງປະຊຸມຖະແຫຼງຂ່າວ,ກອງປະຊຸມໃຫ້ສຳພາດຕໍ່ນັກຂ່າວ ແລະ ການສຳພາດເປັນຮ່ວມໝູ່ຫຼາຍຮອບ, ຈັດນັກຂ່າວຈີນ ແລະ ຕ່າງປະເທດໄປຢ້ຽມຢາມ ແລະ ເອົາຂ່າວຢູ່ນະຄອນຫຼວງປັກກິ່ງ, ພ້ອມທັງປະສານງານເພື່ອຈັດຕັ້ງນັກຂ່າວຕ່າງປະເທດສຳພາດຜູ້ແທນບາງທ່ານທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ແລະ ອື່ນໆ.


      ສູນຖະແຫຼງຂ່າວຍັງໄດ້ສ້າງລະບົບການສຳພາດຜ່ານທາງວິທີໂອເປັນພິເສດ, ນັກຂ່າວຈີນ ແລະ ຕ່າງປະເທດສາມາດຜ່ານສາຍສະເພາະທາງອິນເຕີເນັດເພື່ອສຳພາດຫ້ອງຖະແຫຼງຂ່າວຕ່າງໆ ແລະ ຫ້ອງສຳພາດຜ່ານທາງວິດີໂອຢູ່ທີ່ພັກຂອງຄະນະຜູ້ແທນຕ່າງໆ.