ເປັນຫຍັງຈີນຍຶດໝັ້ນນະໂຍບາຍ “ຈຳກັດພະຍາດໂຄວິດ-19 ໃຫ້ເປັນສູນໃນທຸກເວລາ”

2022-10-13 15:15:54 CRI

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຍືດເຍືອມາເປັນເວລາ 3 ປີແລ້ວ. ຫຼາຍປະເທດໄດ້ຜ່ອນຍານມາດຕະການປ້ອງກັນແລະຄວຄຸມການແຜ່ລະບາດຂອງພະຍາດເທື່ອລະກ້າວ, ແຕ່ຈີນພັດໄດ້ຍຶດໝັ້ນນະໂຍບາຍຈຳກັດພະຍາດໂຄວິດ-19 ໃຫ້ເປັນສູນໃນທຸກເວລາ”. ພຶດຕິກຳຕົວຈິງໄດ້ສະແດງໃຫ້ເຫັນວ່າ, ກໍຍ້ອນວ່າຈີນໄດ້ຍຶດໝັ້ນນະໂຍບາຍດັ່ງກ່າວ, ອັດຕາການເປັນພະຍາດ, ອັດຕາການເສຍຊີວິດຍ້ອນພະຍາດ ແລະ ອັດຕາການນອນໂຮງໝໍຍ້ອນພະຍາດຂອງປະເທດຈີນ ຈິ່ໄດ້ຮັກສາຢູ່ໃນລະດັບຕ່ຳທີ່ສຸດ, ເສດຖະກິດສັງຄົມຂອງຈີນກໍໄດ້ຮັກສາການພັດທະນາຢ່າງໝັ້ນທ່ຽງ.

ຕົວເລກຂໍ້ມູນທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍໃນວັນທີ 10 ຕຸລານີ້ສະແດງໃຫ້ເຫັນວ່າ: ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ໃນຂອບເຂດທົ່ວໂລກໃນປີນີ້ມີຫຼາຍກວ່າ 1 ລ້ານຄົນແລ້ວ, ປັດຈຸບັນ, ການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວໂລກຍັງໜັກໜ່ວງຫຼາຍ, ເຊື້ອພະຍາດກາຍພັນໂອມິຣອນຊະນິດຕ່າງໆຍັງແຜ່ລະາດໄດ້ຢ່າງຮ້າຍແຮງ ເຊິ່ງໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ຜູ້ທີ່ມີພະຍາດປະຈຳໂຕແຊກຊ້ອນ, ຜູ້ສູງອາຍຸ ແລະ ກຸ່ມຄົນອ່ອແອອື່ນໆ. ຈີນມີປະຊາກອນທີ່ມີອາຍຸຫຼາຍກວ່າ 60 ປີເຖິງ 267 ລ້ານຄົນ, ຖ້າພະຍາດໂຄວິດ-19 ແຜ່ລະບາດຢູ່ຈີນແບບບໍ່ມີການຄວບຄຸມ, ຍ່ອມຈະເຮັໃຫ້ຈີນປະສົບຄວາມເສຍຫາຍດ້ານຊີວິດ ແລະ ຊັບສິນທີ່ໜັກໜ່ວງທີ່ສຸດ ພ້ອມທັງຈະສ້າງຄວາມສ່ຽງທີ່ຄວບຄຸມບໍ່ໄດ້ຕໍ່ລະບົບສາທາລະນະສຸກຂອງຈີນ. ການຍຶດໝັ້ນນະໂຍບາຍຈຳກັດພະຍາດໂຄວິດ-19 ໃຫ້ເປັນສູນໃນທຸກເວລາ”, ກໍເປັນການສ່ອງແສງໃຫ້ເຫັນເຖິງແນວຄວາມຄິດທີ່ຖືປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ຖືຊີວິດຢູ່ເໜືອທຸກສິ່ງທຸກຢ່າງ ພ້ອມທັງເປັນທາງເລືອກທີ່ດີທີ່ສຸດ ເພື່ອປັບປຸງໝາກຜົນດ້ານການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຂອງຈີນທີ່ໄດ້ມາບໍ່ງ່າຍ.

ທີ່ຈິງແລ້ວ, ປະເທດຈຳນວນໜຶ່ງໄດ້ປະຕິບັດນະໂຍບາຍຢູ່ຮ່ວມກັບເຊື້ອພະຍາດໂຄວິດ-19”, ບໍ່ແມ່ນວ່າປະເທດເຫຼົ່ານີ້ບໍ່ຢາກປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ, ຫາກແມ່ນບໍ່ສາມາດຄົ້ນພົບວິທີປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ດີ. ໃນເມື່ອມີຜູ້ຕິດເຊື້ອພະຍາດ ແລະ ຜູ້ເສຍຊີວິດຍ້ອນເປັນພະຍາດໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ປະເທດເຫຼົ່ານີ້ກໍຈະປະຕິບັດມາດຕະການປ້ອງກັນ ແລະຄວບຄຸມພະຍາດທີ່ເຄັ່ງຄັດກວ່າເກົ່າອີກ. ຕາມຂ່າວແຈ້ງວ່າ: ເຈົ້າໜ້າທີ່ກະຊວງສາທາລະສຸກຣັ່ງເຄີຍກ່າວວ່າ: “ຈະບໍ່ປະຕິເສດຄວາມອາດເປັນໄປໄດ້ ທີ່ຈະບັງຄັບໃຫ້ຄົນທັງຫຼາຍຟື້ນຟູການໃສ່ຜ້າປິດປາກໃນສະຖານທີ່ສາທາລະນະແບບປິດຕ່າງໆ”; ລັດຖະມົນຕີກະຊວງທາລະນະສຸກເຢຍລະມັນກໍຮຽຮ້ອງໃຫ້ຄົນທັງຫຼາຍໃຊ້ມາດຕະການປ້ອງກັນພະຍາດ ແລະ ສັກວັກຊິນປ້ອງກັນໂຄວິດ-19 ເພື່ອຮັບມືກັບການແຜ່ລະບາດຂອງພະຍາດທີ່ຮ້າຍແຮງໃນລະດູໃບໄມ້ຫຼົ່ນ ແລະ ລະດູໜາວ.

ນອກນີ້, ອາເມຣິກາໃນຖານະເປັນໜຶ່ງໃນປະເທດທີ່ຮັ່ງມີທີ່ສຸດ, ມີງົບປະມານດ້ານການແພດສະເລ່ຍຕໍ່ຫົວຄົນຫຼາຍທີ່ສຸດ ແລະ ມີຊັບພະຍາກອນການແພດສະເລ່ຍຕໍ່ຫົວຄົນທີ່ອຸດົມສົມບູນທີ່ສຸດຂອງໂລກ, ຍ້ອນວ່າອາເມຣິກາໄດ້ປ່ອຍປະລະເລີຍຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19, ຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຂອງອາເມຣິກາລ້ວນແຕ່ເປັນອັນດັບ 1 ຂອງໂລກ ເຊິ່ງເປັນສະຖິຕິທີ່ອັບອາຍຂາຍໜ້າສອງຢ່າງ. ບົດລາຍງານຂອງສູນປ້ອງກັນ ແລະ ຄວບຄຸມພະຍາດອາເມຣິກາສະແດງໃຫ້ເຫັນວ່າ: ອາຍຸຍືນຕາມຄາດໝາຍສະເລ່ຍຕໍ່ຫົວຄົນຂອງອາເມຣິກາໃນປີ 2021 ໄດ້ຫຼຸດລົງເກືອບ 1 ປີ ເມື່ອທຽບໃສ່ປີ 2020 ເຊິ່ງແມ່ນຕົວເລກດັ່ງກ່າວແມ່ນຫຼຸດລົງເປັນສອງປີລຽນຕິດ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ກໍແມ່ນສາເຫດຕົ້ນຕໍ.

ສະຫຼຸບແລ້ວເຫັນວ່າ: ການຍຶດໝັ້ນນະໂຍບາຍຈຳກັດພະຍາດໂຄວິດ-19 ໃຫ້ເປັນສູນໃນທຸກເວລາຈະບໍ່ໄດ້ຂັດກັບການປ້ອງກັແລະຄວບຄຸມພະຍາດຕາມຫຼັກວິທະຍາສາດ. ປັດຈຸບັນ, ຢູ່ແຂວງ, ກຳແພງນະຄອນ ແລະ ເຂດປົກຄອງຕົນເອງຈຳນວນໜຶ່ງຂອງຈີນ ທີ່ບໍ່ມີການແຜ່ລະບາດຂອງພະຍາດຢ່າງຫຼາຍປານໃດ, ການສັນຈອນໄປມາຂອງຄົນທັງຫຼາຍຈະບໍ່ໄດ້ຮັບຜົນກະທົບຈາກມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ. ຫຼາຍເລື່ອງຕ້ອງພິຈາລະນາຈາກໄລຍະເວລາທີ່ຍາວໄກວ່າ, ຈະເຫັນໄດ້ຢ່າງຈະແຈ້ງ. ເວົ້າສຳລັບຈີນແລ້ວ, ການຍຶດໝັ້ນນະໂຍບາຍຈຳກັດພະຍາດໂຄວິດ-19 ໃຫ້ເປັນສູນໃນທຸກເວລາຈິ່ງແມ່ນນະໂຍບາຍປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດທີ່ມີຕົ້ນທຶນຕ່ຳທີ່ສຸດໃນປັດຈຸບັນ.