ພັກ UBP ຂອງມຽນມາປະກາດສະຫຼາຍຕົວ

2022-10-13 12:43:51 cri

 


  ວັນທີ 12 ຕຸລານີ້,ທ່ານຕຸຣາ ສະເວ ມານ ປະທານພັກປັບປຸງສະຫະພັນມຽນມາ ຫຼື UBP ໄດ້ອອກຖະແຫຼງການ, ໂດຍປະກາດວ່າ: ພັກດັ່ງກ່າວຈະສະຫຼາຍຕົວນັບແຕ່ວັນທີ 12 ຕຸລານີ້ເປັນຕົ້ນໄປ. ຖະແຫຼງການໄດ້ສະແດງຄວາມຂອບໃຈນຳຜູ້ສະໜັບສະໜູນທັງໝົດ, ພ້ອມທັງກ່າວວ່າ: ຄຳຮ້ອງຂໍກ່ຽວກັບການສະຫຼາຍຕົວໄດ້ຍື່ນຕໍ່ຄະນະກຳມະການເລືອກຕັ້ງມຽນມາຫວ່າງກ່ອນນີ້ແລ້ວ.