ຈີນເຫັນວ່າ:ການຕັດສິນຄວາມໃກ້ຊິດກັບການຫ່າງເຫີນດ້ວຍຄ່ານິຍົມນັ້ນ ບໍ່ດີຕໍ່ການຮ່ວມມືສາກົນ

2022-10-14 17:01:36 cri


   ໃນເວລາຕອບຮັບການສະແດງທັດສະນະທີ່ກ່ຽວຂ້ອງຂອງລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນໃນວັນທີ 13 ຕຸລານີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນວ່າ: ການຕັດສິນຄວາມໃກ້ຊິດ ແລະ ການຫ່າງເຫີນດ້ວຍຄ່ານິຍົມ, ການຫັນສາຍພົວພັນເສດຖະກິດການຄ້າທີ່ເປັນປົກກະຕິເປັນບັນຫາການເມືອງນັ້ນ, ບໍ່ດີຕໍ່ການຮ່ວມມືສາກົນ,ທັງບໍ່ດີຕໍ່ການບັນລຸ ອັນທີ່ເອີ້ນວ່າ ຄວາມຫຼາກຫຼາຍຂອງຕະຫຼາດ.



   ອີງຕາມການລາຍງານຂ່າວໃຫ້ຮູ້ວ່າ: ຫວ່າງມໍ່ໆນີ້,  ລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນໄດ້ກ່າວວ່າ: ເຢຍລະມັນຢ່າອາໄສການຄ້າກັບຈີນຫຼາຍເກີນໄປ. ກ່ອນໜ້ານີ້, ນາຍົກລັດຖະມົນຕີເຢຍລະມັນກໍ່ກ່າວວ່າ: ບໍ່ສະໜັບສະໜູນການ “ຕັດຂາດ”ສາຍພົວພັນກັບຈີນ.



   ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງໝາວໜິງໄດ້ສະແດງທັດສະນະດັ່ງກ່າວ. ເພິ່ນຊີ້ໃຫ້ເຫັນວ່າ:


   “ນັບຕັ້ງແຕ່ຈີນ-ເຢຍລະມັນສ້າງສາຍສຳພັນທາງການທູດເປັນເວລາ 50 ປີມານີ້, ການຮ່ວມມືຕົວຈິງແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແມ່ນທຳນອງຫຼັກມາໂດຍຕະຫຼອດ,ສອງປະເທດໄດ້ເຂົ້າຮ່ວມການພັດທະນາຂອງຝ່າຍກົງກັນຂ້າມຢ່າງເລິກເຊິ່ງແລະລ້ວນແຕ່ໄດ້ຮັບຜົນປະໂຫຍດຍ້ອນ.ສອງຝ່າຍຄວນຕັ້ງໜ້າຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດດ້ວຍທ່າທີທີ່ຕິດແທດຕົວຈິງເພື່ອສ້າງຄວາມສຸກໃຫ້ກັບສອງປະເທດແລະປະຊາຊົນສອງປະເທດໃຫ້ດີກວ່າເກົ່າ.”