ອາເມຣິກາຄວນຖອດຖອນບົດຮຽນຈາກການຂຶ້ນອັດຕາພາສີຕໍ່ຈີນ

2022-10-14 14:37:11 cri

ເດືອນມີນາປີ 2008, ລັດຖະບານໂດໂນ ທຣຳ ຂອງອາເມຣິກາໄດ້ເຮັດສົງຄາມການຄ້າຕໍ່ຈີນ ໂດຍອີງຕາມອັນທີ່ເອີ້ນວ່າ “ການສຳຫຼວດ 301”, ໄດ້ຂຶ້ນອັດຕາພາສີສູງຕໍ່ສິນຄ້າຈີນທີ່ສົ່ງອອກອາເມຣິກາ ທີ່ມີມູນຄ່າປະມານ 360 ຕື້ໂດລາສະຫະລັດ ແລະ ປ່າວປະກາດວ່າ “ສົງຄາມການຄ້າເຮັດໄດ້ງ່າຍ ແລະ ໄດ້ຮັບຜົນທີ່ດີ”. ນັບແຕ່ລັດຖະບານໂຈ ໄບເດັນ ຂຶ້ນດຳລົງຕຳແໜ່ງໃນເດືອນມັງກອນປີ 2021 ແລ້ວ, ໄດ້ສືບຕໍ່ນະໂຍບາຍຂຶ້ນອັດຕາພາສີຕໍ່ສິນຄ້າຈີນຂອງລັດຖະບານຊຸດອະດີດ. ແຕ່ພຶດຕິກຳຕົວຈິງສະແດງໃຫ້ເຫັນວ່າ, ສົງຄາມພາສີ ທີ່ຍືດເຍືອເປັນເວລາ 4 ປີປາຍດັ່ງກ່າວເປັນການກະທຳ “ທີ່ຍົກກ້ອນຫີນທັບໃສ່ຕີນຂອງຕົນ” ທີ່ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ອາເມຣິກາ.



ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ