ຜູ້ອຳນວຍການໃຫຍ່ທະນາຄານໂລກກ່າວວ່າ: ເສດຖະກິດໂລກໃກ້ຈະຊຸດໂຊມລົງ

2022-10-14 16:03:47 CRI


ວັນທີ 13 ຕຸລາ 2022 ນີ້ ທ່ານແດວິດ ມານປາສ, ຜູ້ອຳນວຍການໃຫຍ່ທະນາຄານໂລກກ່າວວ່າ, ທະນາຄານໂລກໄດ້ປັບຕົວເລກຄາດໝາຍກ່ຽວກັບການເຕີບໂຕຂອງເສດຖະກິດໂລກປີ 2023 ຈາກ 3% ທີ່ຄາດຄະເນໄວຫຼຸດລົງເປັນ 1,9% ໃນປັດຈຸບັນນີ້, ເສດຖະກິດໂລກພວມກ້າວໄປສູ່ຄວາມຊຸດໂຊມລົງ.

 

ວັນທີ 13 ຕຸລາ 2022 ນີ້, ທ່ານແດວິດ ມານປາສໄດ້ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວໃນກອງປະຊຸມປະຈຳປີຂອງອົງການກອງທຶນເງິນຕາສາກົນ ແລະ ທະນາຄານໂລກ ໂດຍກ່າວວ່າ, ໄພເງິນເຟີ້ ອັດຕາດອກເບ້ຍຖີບຕົວສູງຂຶ້ນ, ໜີ້ສິນເພີ່ມຂຶ້ນ ແລະບັນຫາອື່ນໆລ້ວນແຕ່ໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ປະເທດທຸກຍາກ. ທ່ານກ່າວວ່າ, ເສດຖະກິດໂລກອາດຈະຊຸດໂຊມລົງ.

 

ທ່ານກ່າວຕື່ມວ່າ, ຈັງຫວະເຕີບໂຕຂອງເສດຖະກິດໂລກຊ້າລົງຢ່າງຫຼວງຫຼາຍ, ເຊິ່ງໝາຍຄວາມວ່າ ລະດັບລາຍຮັບຫຼຸດຕ່ຳລົງ. ທ່ານໄດ້ຍົກເອົາບົດລາຍງານສະບັບໜຶ່ງຂອງທະນາຄານໂລກທີ່ເປີດເຜີຍໃນຫວ່າງບໍ່ດົນມານີ້ວ່າ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຄວາມພະຍາຍາມດ້ານການຫຼຸດຜ່ອນຄວາມທຸກຍາກປະສົບຄວາມຫຼົ້ມແຫຼວຢ່າງໜັກໜ່ວງ, ໃນປີ 2020 ມີປະມານ 70 ລ້ານຄົນຕົກຢູ່ໃນຄວາມທຸກຍາກທີ່ສຸດ.