ຂໍ້ລິເລີ່ມການພັດທະນາຂອງທົ່ວໂລກມີບົດບາດແນວໃດ?

2022-10-14 15:52:23 CRI

    

    “ຜົນສໍາເລັດຂອງບ້ານ 18 ຖໍ້າເປັນບົດຮຽນອັນລໍ້າຄ່າໃຫ້ແກ່ປະຊາຊົນ ສປປ ລາວ ພວກເຮົາ ທີ່ພວມສູ້ຊົນແກ້ໄຂຄວາມທຸກຍາກ ເພື່ອນໍາເອົາປະເທດຊາດອອກຈາກສະພາບດ້ອຍພັດທະນາໃນຕໍ່ໜ້າ.”

    ນີ້ແມ່ນເນື້ອໃນບາງຕອນໃນຈົດໝາຍຕອບຄືນຊາວບ້ານ 18 ຖໍ້າ ແຂວງຫຸໜານ ທີ່ຢູ່ພາກກາງຂອງຈີນ ທີ່ຂຽນໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໃນປີ 2019. ວັນທີ 2 ມິຖຸນາປີ 2018, ທ່ານ ບຸນຍັງ ວໍລະຈິດ ທີ່ມາຢ້ຽມຢາມປະເທດຈີນຕາມຄໍາເຊື້ອເຊີນໄດ້ນໍາພາຄະນະຜູ້ແທນລາວໄປທັດສະນະສຶກສາທີ່ບ້ານ 18 ຖໍ້າແຂວງ ຫຸໜານ ເພື່ອຖອດຖອນບົດຮຽນໃນການແກ້ໄຂຄວາມທຸກຍາກໃຫ້ຖືກເປົ້າໝາຍ ພາຍຫຼັງໄດ້ສໍາເລັດການເຄື່ອນໄຫວເຮັດວຽກຢູ່ນະຄອນຫຼວງປັກກິ່ງ. ຈາກການສຶກສາຄົ້ນຄວ້າມາດຕະການແກ້ໄຂຄວາມທຸກຍາກຂອງຈີນຢ່າງລະອຽດ, ໃນຫຼາຍປີຜ່ານມາ, ລາວໄດ້ຂະຫຍາຍຂະແໜງການຜະລິດ ແລະເຮັດໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນ, ຕົວຢ່າງແບບນີ້ນັບມື້ນັບຫຼາຍຂຶ້ນເຊັ່ນກັນ.

    ທ. ຄໍາຈັນ ທີ່ເປັນຊາວບ້ານຈາກບ້ານຊໍ້ ນະຄອນຫຼວງວຽງຈັນ ເຄີຍໄປສຶກສາແລກປ່ຽນ ບົດຮຽນການແກ້ໄຂຄວາມທຸກຍາກຢູ່ຈີນ 2 ຄັ້ງ ແລະປັດຈຸບັນນີ້, ລາວໄດ້ພະຍາຍາມຮ່ວມກັບຊາວບ້ານ ນໍາເອົາບົດຮຽນການປູກຝັງ ແລະລ້ຽງສັດຂອງຈີນມາຈັດຕັ້ງປະຕິບັດ ແລະໄດ້ສ້າງຕັ້ງໜ່ວຍງານລ້ຽງງົວ, ປູກສາລີ ແລະຕໍ່າຫູກ.

    ແຕ່ໃດມາ, ຈີນໄດ້ຍຶດຖືທັດສະນະຄະຕິທີ່ໂອບເອື້ອອາລີ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະພັດທະນາຮ່ວມກັນ, ໂດຍໄດ້ຊ່ວຍສ້າງພື້ນຖານໂຄງລ່າງ ກໍຄືດໍາເນີນການຮ່ວມມືທາງດ້ານເຕັກເນັກຢ່າງຫຼວງຫຼາຍກັບບັນດາປະເທດກໍາລັງພັດທະນາ, ເຊິ່ງໄດ້ຊຸກຍູ້ການປັບປຸງຊີວິດການເປັນຢູ່ຂອງບັນດາປະເທດກໍາລັງພັດທະນາໃຫ້ດີຂຶ້ນ ແລະໄດ້ນໍາເອົາຜົນສໍາເລັດຂອງການພັດທະນາມາສູ່ປະຊາຊົນຂອງປະເທດຕ່າງໆໃຫ້ດີກວ່າເກົ່າ.

    ໃນຮອບ 1 ປີຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນໄດ້ໃຫ້ຄໍາໝັ້ນສັນຍາເພື່ອຊຸກຍູ້ການພັດທະນາຂອງປະເທດຕ່າງໆໃນເວທີສາກົນຫຼາຍເວທີ. ຂະນະທີ່ບັນດາປະເທດອາຊຽນ, ປະເທດເກາະດອນຢູ່ມະຫາສະໜຸດປາຊິຟິກ, ອາຟຣິກາ, ອາເມລິກາລາຕີນ ອາຊີກາງ ແລະອື່ນໆກໍໄດ້ພາກັນສະແດງໃນເອກະສານທີ່ກ່ຽວຂ້ອງວ່າຊົມເຊີຍແລະສະໜັບສະໜູນ ຂໍ້ລິເລີ່ມການພັດທະນາຂອງທົ່ວໂລກ.

    ຈີນ ຍາມໃດກໍເອົາໃຈໃສ່ບັນຫາ ແລະສິ່ງທ້າທາຍໃນການພັດທະນາທີ່ໂລກປະເຊີນໜ້າ. ທ່ານ ຣິຊາດ ບຣັກ ຜູ່ຊ່ຽວຊ່ານສະຖາບັນຊິວເລີ ທີ່ເປັນຄັງປັນຍາສາກົນ ເຫັນວ່າ, ມາຮອດປັດຈຸບັນນີ້, ໄພສົງຄາມ, ອຶດເຂົ້າ, ແລະເສດຖະກິດມະຫາອໍານາດຂອງປະເທດຕາເວັນຕົກ ຍັງໄດ້ປາກົດໂຕຢູ່ຫຼາຍເຂດແຄວ້ນຢ່າງຕໍ່ເນື່ອງ ແລະທ່ານກ່າວວ່າ: “ຈີນບໍ່ໄດ້ເວົ້າແຕ່ທາງປາກເປົ່າເທົ່ານັ້ນ ຫາກໄດ້ພິສູດເສັ້ນທາງໃໝ່ເສັ້ນໜຶ່ງດ້ວຍການປະພຶດຕົວຈິງ.”