ອົງການພະລັງງານສາກົນໃຫ້ຮູ້ວ່າ: ລາຄານ້ຳມັນເຊື້ອໄຟເພີ່ມສູງຂຶ້ນຈະສ້າງຜົນກະທົບທີ່ໜັກໜ່ວງໃຫ້ກັບເສດຖະກິດໂລກ

2022-10-14 14:32:48 cri


ວັນທີ 13 ຕຸລານີ້, ອົງການພະລັງງານສາກົນໄດ້ປະກາດ “ບົດລາຍງານກ່ຽວກັບຕະຫຼາດນ້ຳມັນເຊື້ອໄຟ” ຂອງເດືອນຕຸລາ 2022 ໂດຍໃຫ້ຮູ້ວ່າ: ລາຄາທີ່ເພີ່ມສູງຂຶ້ນຍ້ອນການຊຸດໂຊມລົງຢ່າງຕໍ່ເນື່ອງຂອງເສດຖະກິດ ແລະແຜນການຫຼຸດການຜະລິດຂອງ “ໂອເປັກ+” ພວມເຮັດໃຫ້ຄວາມຕ້ອງການຕໍ່ນ້ຳມັນເຊື້ອໄຟໃນທົ່ວໂລກຫຼຸດລົງ. ອົງການພະລັງງານສາກົນເນັ້ນໜັກວ່າ: ພາຍໃຕ້ສະພາບການທີ່ມີແຮງກົດດັນໄພເງິນເຟີ້ຢ່າງຕໍ່ເນື່ອງແລະອັດຕາດອກເບ້ຍເພີ່ມສູງຂຶ້ນຢ່າງບໍ່ຢຸດຢັ້ງ, ລາຄານ້ຳມັນເຊື້ອໄຟເພີ່ມສູງຂຶ້ນຈະສ້າງຜົນກະທົບທີ່ໜັກໜ່ວງຕໍ່ເສດຖະກິດໂລກທີ່ໃກ້ຈະຊຸດໂຊມລົງ.

ສື່ມວນຊົນວິເຄາະແລ້ວເຫັນວ່າ: ທັດສະນະທີ່ກ່ຽວຂ້ອງຂອງອົງການພະລັງງານສາກົນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຂັດແຍ້ງກັນລະຫວ່າງປະເທດສະມາຊິກອົງການພະລັງງານສາກົນກັບປະເທດສະມາຊິກອົງການໂອເປັກ ເຊິ່ງຄວາມຂັດແຍ້ງແບບນີ້ຈະກະທົບເຖິງຄວາມໝັ້ນທ່ຽງຂອງຕະຫຼາດນ້ຳມັນເຊື້ອໄຟສາກົນຢ່າງໜັກໜ່ວງ.