ຈີນສະໜັບສະໜູນອາຟຣິກາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

2022-10-14 15:39:56 cri


   ຫວ່າງມໍ່ໆນີ້,ທ່ານອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກໃຫ້ການຊ່ວຍເຫຼືອແກ່ປະເທດຢູ່ທະວີບອາຟຣິກາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານກ່າວວ່າ: ຕ້ອງນຳໃຊ້ມາດຕະການຕົວຈິງເພື່ອຮັບມືກັບຄວາມເສຍຫາຍ ແລະ ການທຳລາຍຈາກການປ່ຽນແປງຂອງດິນຟ້າອາກາດ, ເວົ້າສຳລັບຫຼາຍໆປະເທດໂດຍສະເພາະແມ່ນປະເທດຢູ່ທະວີບອາຟຣິກາແລ້ວ, ການປ່ຽນແປງຂອງດິນຟ້າອາກາດພົວພັນເຖິງການຢູ່ລອດ.



   ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 13 ຕຸລານີ້,ທ່ານໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ພວກເຮົາໄດ້ເອົາໃຈໃສ່ເຖິງການສະແດງທັດສະນະທີ່ກ່ຽວຂ້ອງຂອງທ່ານເລຂາທິການໃຫຍ່ກູເຕີເຣັສ, ໃນດ້ານການສະໜັບສະໜູນທະວີບອາຟຣິກາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະເທດຈີນໄດ້ເຮັດຄືແຕ່ເກົ່າມາໂດຍຕະຫຼອດ, ບໍ່ເຄີຍຂາດຈັກເທື່ອ.  ກອງປະຊຸມລະດັບລັດຖະມົນຕີຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາຄັ້ງທີ 8 ໄດ້ຜ່ານ ການຮັບຮອງເອົາຄຳຖະແຫຼງການກ່ຽວກັບການຮ່ວມມີຈີນ-ອາຟຣິກາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍໄດ້ສະເໜີກອອກວ່າ ຈະສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຈີນ-ອາຟຣິກາເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນຍຸກສະໄໝໃໝ່, ໄດ້ຈັດເອົາໂຄງການພັດທະນາຕາມທິດສີຂຽວ ເຂົ້າໃນແຜນການ 3 ປີຄັ້ງທຳອິດຂອງວິໄສທັດປີ 2035 ຂອງການຮ່ວມມື ຈີນ-ອາຟຣິກາ. ເດືອນແລ້ວນີ້,ຈີນໄດ້ຈັດກອງປະຊຸມລະດັບລັດຖະມົນຕີຂອງ “ໜ່ວຍເພື່ອນມິດຂອງຂໍ້ລິເລີ່ມກ່ຽວກັບການພັດທະນາຂອງໂລກ”, ໂດຍໄດ້ສະເໜີອອກວ່າ ຈະຊຸກຍູ້ “ສາຍພົວພັນຄູ່ຮ່ວມມືດ້ານພະລັງງານສະອາດຂອງໂລກ”, ໂຄງການງວດທຳອິດ ລວມທັງການດຳເນີນການຮ່ວມມືດ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ດ້ານການພັດທະນາຕາມທິດສີຂຽວຢູ່ 19 ປະເທດຂອງທະວີບອາຟຣິກາ.