ສູນກາງພັກຄອມມູນິດຈີນຈັດງານສົນທະນາກັບບຸກຄົນນອກພັກ ເພື່ອຂໍຄວາມຄິດເຫັນຕໍ່ບົດລາຍງານຂອງກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຂອງພັກຄອມມູນິດຈີນຄັ້ງ​ທີ 20

2022-10-14 14:34:47 cri

ກ່ອນໜ້ານີ້, ສູນກາງພັກຄອມມູນິດຈີນໄດ້ຈັດງານສົນທະນາກັບບຸກຄົນນອກພັກຢູ່ນະຄອນຫຼວງປັກກິ່ງ ເພື່ອຂໍຄວາມຄິດເຫັນຕໍ່ບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20, ຮັບຟັງຄວາມຄິດເຫັນແລະຂໍ້ສະເໜີຂອງຜູ້ຮັບຜິດຊອບສູນກາງພັກຝ່າຍປະຊາທິປະໄຕ, ສະຫະພັນອຸດສາຫະກຳການຄ້າແຫ່ງຊາດ ແລະຜູ້ຕາງໜ້າບຸກຄົນບໍ່ສັງກັດພັກຝ່າຍໃດ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມ ແລະກ່າວຄຳປາໄສທີ່ສຳຄັນ. ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ພັກຄອມມູນິດຈີນກັບພັກຝ່າຍປະຊາທິປະໄຕຕ່າງໆຕ້ອງເພີ່ມທະວີການຮ່ວມມືແລະການຮ່ວມວຽກຮ່ວມງານກັນ, ປັບປຸງແລະພັດທະນາແນວໂຮມຮັກຊາດເອກະພາບທີ່ກວ້າງຂວາງທີ່ສຸດ, ເຕົ້າໂຮມສະຕິປັນຍາແລະກຳລັງແຮງໃນດ້ານຕ່າງໆຂອງຊົນຊັ້ນຕ່າງໆຢ່າງຂະໜາດໃຫຍ່, ເສີມຂະຫຍາຍຄວາມຫ້າວຫັນ, ຄວາມເປັນເຈົ້າຕົນເອງ ແລະຫົວຄິດປະດິດສ້າງຂອງທົ່ວສັງຄົມແລະທົ່ວຊົນຊາດຢ່າງຂະໜາດໃຫຍ່, ຮ່ວມກັນສູ້ຊົນເພື່ອສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຢ່າງຮອບດ້ານ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ໃນໄລຍະທ້າຍເດືອນກຸມພາ 2022, ສູນກາງພັກຄອມມູນິດຈີນໄດ້ມອບໝາຍໃຫ້ຄະນະແນວໂຮມເອກະພາບສູນກາງພັກຄອມມູນິດຈີນຂໍຄວາມຄິດເຫັນແລະຂໍ້ສະເໜີຂອງບຸກຄົນນອກພັກທີ່ມີຕໍ່ຫົວຂໍ້ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20. ນັບແຕ່ 6 ເດືອນຕົ້ນປີ 2022 ເປັນຕົ້ນມາ, ສູນກາງພັກຝ່າຍປະຊາທິປະໄຕຕ່າງໆ, ສະຫະພັນອຸດສາຫະກຳການຄ້າແຫ່ງຊາດ ແລະ ບຸກຄົນບໍ່ສັງກັດພັກຝ່າຍໃດ ໄດ້ດຳເນີນການສຳຫຼວດກວດກາດ້ວຍຫຼາຍຮູບແບບ ເຊິ່ງໄດ້ຮັບຜົນສຳເລັດທີ່ມີຄຸນນະພາບສູງຫຼາຍຢ່າງ ແລະໄດ້ປະກອບເປັນຄວາມຄິດເຫັນແລະຂໍ້ສະເໜີທີ່ມີຄຸນຄ່າຢ່າງຫຼວງຫຼາຍຕໍ່ກອງປະຊຸມ.