ທ່ານສີຈິ້ນຜິງສົ່ງສານຊົມເຊີຍເນື່ອງໃນໂອກາດການເປີດປ້າຍສູນປະດິດສ້າງໃໝ່ ແລະ ຄວາມຮູ້ກ່ຽວກັບການຄົມມະນາຄົມແບບຍືນຍົງສາກົນຈີນ

2022-10-14 16:01:00 CRI


ວັນທີ 14 ຕຸລາປີ 2022ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເນື່ອງໃນໂອກາດເປີດປ້າຍສູນປະດິດສ້າງໃໝ່ ແລະ ຄວາມຮູ້ກ່ຽວກັບການຄົມມະນາຄົມແບບຍືນຍົງສາກົນຈີນ.

 

ໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ການຊຸກຍູ້ການຄົມມະນາຄົມທົ່ວໂລກໃຫ້ມີການພັດທະນາແບບຍືນຍົງ, ຊຸກຍູ້ການເຊື່ອມໂຍງ ແລະ ເຊື່ອມຈອດກັນຂອງໂລກ, ມີຄວາມໝາຍສຳຄັນຕໍ່ການຮັບປະກັນຄວາມໝັ້ນທ່ຽງ ແລະ ຄວາມສະດວກຂອງຕ່ອງໂສ້ການຈໍລະຈອນ ແລະ ການສະໜອງສິນຄ້າ, ທັງຊຸກຍູ້ການພັດທະນາຂອງເສດຖະກິດໂລກ. ການສ້າງຕັ້ງສູນປະດິດສ້າງໃໝ່ ແລະ ຄວາມຮູ້ກ່ຽວກັບການຄົມມະນາຄົມແບບຍືນຍົງສາກົນຈີນ ແມ່ນມາດຕະການອັນສຳຄັນເພື່ອຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ. ຈີນຍິນດີຮ່ວມກັບປະເທດຕ່າງໆ, ນຳໃຊ້ສູນດັ່ງກ່າວເພື່ອຊຸກຍູ້ການຮ່ວມມືດ້ານການຄົມມະນາຄົມຂອງທົ່ວໂລກ, ປະກອບສ່ວນເຂົ້າໃນການຊຸກຍູ້ຂໍ້ລິເລີ່ມການພັດທະນາຂອງທົ່ວໂລກ, ຈັດຕັ້ງປະຕິບັດ ວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ, ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

 

ວັນທີ 14 ຕຸລາປີ 2022ນີ້, ພິທີເປີດປ້າຍສູນປະດິດສ້າງໃໝ່ ແລະ ຄວາມຮູ້ກ່ຽວກັບການຄົມມະນາຄົມແບບຍືນຍົງສາກົນຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ.