ນັກຂ່າວຈີນ ແລະ ຕ່າງປະເທດປະມານ 2500 ຄົນສະເໜີຊື່ເຂົ້າລາຍງານຂ່າວ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 20

2022-10-14 15:45:08 CRI


ຫວ່າງກ່ອນນີ້ບໍ່ດົນ, ສູນຂ່າວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 20ໄດ້ເປີດໃຫ້ການບໍລິການຢ່າງເປັນທາງການ.


ຜູ້ຮັບຜິດຊອບຂອງສູນຂ່າວກ່າວວ່າ, ມີນັກຂ່າວຈີນ ແລະ ຕ່າງປະເທດປະມານ 2500 ຄົນ ໄດ້ສະເໜີຊື່ເຂົ້າຮ່ວມການເອົາລາຍງານຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 20. ສູນຂ່າວຈະຈັດຕັ້ງກິດຈະກຳທີ່ມີຫຼາຍຮູບແບບ, ອຳນວຍຄວາມສະດວກໃຫ້ແກ່ສື່ມວນຊົນ ແລະ ນັກຂ່າວທີ່ເຂົ້າຮ່ວມການລາຍງານຂ່າວ. ຈະຈັດຕັ້ງນັກຂ່າວຈີນ ແລະ ຕ່າງປະເທດເອົາຂ່າວຢູ່ພິທີເປີດກອງປະຊຸມ ພິທີປິດປະຊຸມ ແລະ ວາລະສຳຄັນຕ່າງໆ. ສູນຂ່າວຍັງຈະຈັດກອງປະຊຸມຖະແຫຼງຂ່າວ ແລະ ກອງປະຊຸມນັກຂ່າວ 5 ເທື່ອ, ການສຳພາດລວມໝູ່ 5 ເທື່ອ, ນັກຂ່າວສາມາດເຂົ້າຮ່ວມຜ່ານທາງວີດີໂອໄດ້.

 

ພາຍໃຕ້ສະພາບການທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ນັກຂ່າວສາມາດເອົາຂ່າວດ້ວຍການສຳພາດຢູ່ກັບທີ່, ສຳພາດຜ່ານທາງວີດີໂອ, ສຳພາດທາງລາຍລັກອັກສອນ, ແລະຮູບການອື່ນໆ.