ກອງປະຊຸມສຸດຍອດການນໍາຣັດເຊຍ-ປະເທດໃນເຂດອາຊີກາງໄຂຂຶ້ນທີ່ກາຊັກສະຖານ

2022-10-15 13:05:08 CRI

    ວັນທີ 14 ຕຸລານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມສຸດຍອດການນໍາຣັດເຊຍ-ປະເທດໃນເຂດອາຊີກາງຄັ້ງປະຖົມມະເລີກໄດ້ໄຂຂຶ້ນທີ່ນະຄອນຫຼວງ ອັສທານາ ຂອງປະເທດກາຊັກສະຖານ.


   ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນເນື່ອງໃນໂອກາດການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຣັດເຊຍ ແລະ 5 ປະເທດໃນເຂດອາຊີກາງຄົບຮອບ 30 ປີ ເຊິ່ງກອງປະຊຸມຈະປຶກສາຫາລືບັນຫາການພັດທະນາ ແລະການຮ່ວມມືໃນອະນາຄົດລະຫວ່າງສອງຝາຍລວມທັງບັນຫາການປົກປັກຮັກສາຜົນປະໂຫຍດໃນຂົງເຂດເສດຖະ ກິດ-ການຄ້າ ແລະ ຂົງເຂດອື່ນໆຮ່ວມກັນ ພາຍໃຕ້ສະພາບແວດລ້ອມທີ່ຕົ້ນທຶນ ຂອງສະບຽງອາຫານ, ວັດຖຸດິບ ແລະການຂົນສົ່ງສິນຄ້າລະຫວ່າງສອງຝ່າຍທີ່ມີລາຄາເພີ່ມຂຶ້ນ. ໂອກາດນີ້, ການນໍາທີ່ເຂົ້າຮ່ວມກອງປະຊຸມຍັງຈະແລກປ່ຽນຄໍາຄິດ ຄໍາເຫັນກ່ຽວກັບບັນຫາຄວາມໝັ້ນຄົງຂອງພາກພື້ນກໍຄືບັນຫາອັຟການິສະຖານນໍາ ອີກ ແລະຈະອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືໃນພາກພື້ນອາຊີ-ເອິຣົບ ແລະບັນຫາອື່ນໆພາຍຫຼັງກອງປະຊຸມອັດລົງ.